Homeນານາສາລະ16 ວິທີຄິດ ນໍາໃຊ້ຊີວິດຕັ້ງແຕ່ເກີດຈົນວັນສຸດທ້າຍ ເພື່ອເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນ

16 ວິທີຄິດ ນໍາໃຊ້ຊີວິດຕັ້ງແຕ່ເກີດຈົນວັນສຸດທ້າຍ ເພື່ອເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນ

Published on

  1. ເວລາພົບ “ວຽກໜັກ” ໃຫ້ບອກກັບຕົນເອງວ່າ ນີ້ຄື ໂອກາດໃນການກຽມພ້ອມສູ່ການເປັນມືອາຊີບ
  2. ເວລາພົບ “ບັນຫາຊັບຊ້ອນ” ໃຫ້ບອກກັບຕົນເອງວ່າ ນີ້ຄືບົດຮຽນທີ່ຈະສ້າງບັນຫາໄດ້ຢ່າງວິເສດ
  3. ເວລາພົບ “ຄວາມທຸກໜັກ” ໃຫ້ບອກຕົນເອງວ່າ ນີ້ຄື ແບບຝຶກຫັດ ທີ່ຈະຊ່ວຍໃຫ້ເກີດທັກສະໃນການດຳລົງຊີວິດ
  4. ເວລາພົບ “ຫົວໜ້າລະອຽດ” ໃຫ້ບອກຕົນເອງວ່າ ນີ້ຄື ການຝຶກຕົນໃຫ້ເປັນຄົນສົມບູນແບບ
  5. ເວລາຖືກ “ຕຳໜິ” ໃຫ້ບອກຕົນເອງວ່າ ນີ້ຄື ການຊີ້ຂຸມຊັບມະຫາສານ
  6. ເວລາຖືກ “ນິນທາ” ບອກກັບຕົນເອງວ່າ ນີ້ຄື ການສະທ້ອນວ່າເຮົາຍັງເປັນຄົນທີ່ມີຄວາມໝາຍກັບຄົນອື່ນ
  7. ເວລາ “ຜິດຫວັງ” ໃຫ້ບອກກັບຕົນເອງວ່າ ນີ້ຄື ວິທີທໍາມະຊາດກໍາລັງສ້າງພູມຄຸ້ມກັນໃຫ້ກັບຊີວິດ
  8. ເວລາ “ບໍ່ສະບາຍ” ໃຫ້ບອກຕົນເອງວ່າ ນີ້ຄື ການເຕືອນໃຫ້ເຫັນຄຸນຄ່າຂອງການຮັກສາສຸຂະພາບໃຫ້ດີ
  9. ເວລາ “ພາກຈາກກັນ” ໃຫ້ບອກຕົນເອງວ່າ ນີ້ຄື ບົດຮຽນຂອງການຮູ້ຈັກຢືນດ້ວຍຕົນເອງ
  10. ເວລາ “ລູກດື້” ໃຫ້ບອກຕົນເອງວ່າ ນີ້ຄື ໂອກາດຂອງການພິສູດຄວາມເປັນພໍ່ແມ່
  11. ເວລາ “ແຟນຖິ້ມ” ໃຫ້ບອກຕົນເອງວ່າ ນີ້ຄື ຄວາມເປັນຈິງໃນຊີວິດທີ່ມີໂອກາດໄດ້ພົບ
  12. ເວລາພົບ “ຄົນທີ່ດີແຕ່ມີຄູ່ແລ້ວ” ໃຫ້ບອກຕົນເອງວ່າ ນີ້ຄື ບໍ່ມີໃຜໄດ້ທຸກຢ່າງໃນສິ່ງທີ່ຕົນເອງຫວັງ
  13. ເວລາພົບ “ຄົນບໍ່ດີ” ໃຫ້ບອກຕົນເອງວ່າ ນີ້ຄື ຕົວຢ່າງຂອງຊີວິດທີ່ບໍ່ມີໃຜປະສົງ
  14. ເວລາພົບ “ອຸປະຕິເຫດ” ໃຫ້ບອກຕົນເອງວ່າ ນີ້ຄື ຄຳເຕືອນວ່າຈົ່ງຢ່າປະມາດອີກເດັດຂາດ
  15. ເວລາພົບ “ຄວາມທຸກ” ໃຫ້ບອກຕົນເອງວ່າ ນີ້ຄື ວິທີທີ່ທຳມະຊາດເປີດໂອກາດໃຫ້ເຮົາໄດ້ຕໍ່ສູ້
  16. ເວລາເຫັນ “ຄວາມຕາຍ” ໃຫ້ບອກຕົນເອງວ່າ ນີ້ຄື ສາກສຸດທ້າຍ ທີ່ຈະເຮັດໃຫ້ຊີວິດມີຄວາມສົມບູນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...