Homeຂ່າວພາຍ​ໃນບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນໃໝ່

ບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນໃໝ່

Published on

ຂປລ. ວັນທີ 7 ທັນວາ 2016 ບໍລິສັດ ເບຍລາວ ຈຳກັດ​ໄດ້ນຳສະເໜີຜະລິດຕະພັນ​​​ເບຍ​ໃໝ່ ​ (ເບຍພຣີມ້ຽມລະດັບສາກົນ)​ ຢູ່ປະເທດລາວ ພາຍໃຕ້ຊື່ຜະລິດຕະພັນ(ທູບ໋ອກ) ກັບຄຳຂວັນຂອງຜະລິດຕະພັນ “ເປີດຄວາມມ່ວນຊື່ນ” ທີ່ຈະມາປ່ຽນຄໍ່າຄືນທຳມະດາ ໃຫ້ເປັນຄໍ່າຄືນທີ່ມ່ວນພຽງແຕ່ທ່ານເປີດຝາ.  ພິທີເປີດງານດັ່ງກ່າວໂດຍ​ເຂົ້າ​ຮ່ວມ​ຂອງ ທ່ານ ເຮັນລິກ ຈູ ແອນເດີສັນ ຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ ຈຳກັດ, ມີທ່ານ ກິດສະໝາ ວົງໄຊ ປະທານສະພາບໍລິຫານ ບໍລິສັດ ເບຍລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທູບ໋ອກ ເປັນຜະລິດຕະພັນເບຍທີ່ມີເອກະລັກມາ ຕັ້ງແຕ່ປີ 1930 ປັດຈຸບັນ ທູບ໋ອກ ໄດ້ຂະຫຍາຍ​ຕະຫລາດ​ຈາກ​ເອີ​ລົບ ມາສູ່ ສປປ ລາວ, ຕົ້ນກຳເນີດຂອງເບຍ ທູບ໋ອກ ມາຈາກທະວີບເອີຣົບ ​ໂດຍຜະລິດຈາກເບຍຊະນິດພຣິສເນີ ໃນປີ 1880 ແລະ ບັນຈຸໃນແກ້ວສີຂຽວທີ່ເປັນເອກະລັກ  ທີ່ກາຍມາເປັນຜະລິດຕະພັນແບບທີ່ມີຄວາມນິຍົມຫລາຍກວ່າ 70 ປະເທດໃນໂລກ ແລະ ມີ​ຄວາມ​ຕ້ອງການໃຫ້ນຳເຂົ້າມາຂາຍໃນອາຊີ. 

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...