Homeຂ່າວຕ່າງປະເທດອິນໂດເນເຊຍ ທຳລາຍຢາເສບຕິດ 1 ໂຕນ

ອິນໂດເນເຊຍ ທຳລາຍຢາເສບຕິດ 1 ໂຕນ

Published on

ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ເຜົາທຳລາຍ​ຢາ​ເສບ​ຕິດ​ຈຳນວນ 1 ພັນ​ກິ​ໂລກຣາມ(1​ໂຕນ)ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ໃນ​ວັນ​ທີ 7 ທັນວາ​ທີ່​ຜ່ານ​ມາ.

ອີງຕາມສໍານັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ວິ​ໂດ​ໂດ ຜູ້ນຳອິນ​ໂດ​ເນ​ເຊຍ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ, ຕຳຫຼວດ​ຢາ​ເສບ​ຕິດ​ທີ່​ຢຶດ​ໄດ້​ປະກອບ​ມີ: ​ເມທ​ແອ​ມ​ເຟຕາ​ມິນ​ຫຼື​ຢາ​ບ້າ​ເກືອບ 500 ກິ​ໂລກຣາມ, ຢາ​ອີ 190 ພັນ​ເມັດ ​ແລະ ກັນຊາ 420 ກິ​ໂລກຣາມ ກ່ອນ​ທີ່​ຈະ​ນຳ​ເຂົ້າ​ສູ່​ຂະ​ບວນການ​ເຜົາ​ທຳລາຍໂດຍ​ທ່ານ ວິ​ໂດ​ໂດ ​ກ່າວ​ວ່າ: ບັນຫາ​ຢາ​ເສບ​ຕິດ​ຢູ່​ອິນ​ໂດ​ເນ​ເຊຍ​ເປັນ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ​ເພື່ອ​ປົກ​ປ້ອງຄົນ​ຮຸ່​ນໃໝ່​ຂອງ​ປະ​ເທດ ​ແລະ ​ໃນ​ທຸກໆ​ປີ ​ເຍົາວະ​ຊົນ​ອິນ​ໂດ​ເນ​ເຊຍ​ຕ້ອງ​ເສຍ​ຊີວິດ​ຈາກ​ຢາ​ເສບ​ຕິດ​ເຖິງ 15 ພັນ​ຄົນຂະນະ​ທີ່​ມີ​ຜູ້​ລັກລອບ​ຄ້າ​ຢາ​ເສຍ​ຊີວິດ​ພຽງ​ບໍ່​ທໍ່​ໃດ​ຄົນ​ໃນ​ແຕ່ລະ​ປີ ສິ່ງ​ນີ້​ຈຶ່ງ​ເປັນ​ຫຼັກ​ຖານ​ທີ່​ຕ້ອງ​ມີ​ການ​ປະກາດ​ສົງຄາມ​ກັບ​ຢາ​ເສບ​ຕິດ​ໃນ​ປະ​ເທດ.

ສຳນັກງານ​ປາບ​ປາມາ​ເສບ​ຕິດ​ຂອງ​ອິນ​ໂດ​ເນ​ເຊຍ​ລະບຸ​ວ່າ​ເຈົ້າ​ໜ້າ​ທີ່​ສາມາດ​ຢຶດຢາ​ບ້າ​ໄດ້​ເກືອບ 1 ພັນ​ກິ​ໂລກຣາມ, ກັນຊາ 3 ພັນ​ກິ​ໂລກຣາມ ​ແລະ ຢາ​ອີ 6 ​ແສນ​ເມັດ​ໃນ​ປີ​ນີ້ ​ແລະ ຍັງ​ມີ​ການ​ຍ້າຍ​ຖານ​ການ​ຜະລິດ​ຢາ​ເສບ​ຕິດ​ອອກ​ຈາກ​ອິນ​ໂດ​ເນ​ເຊຍ​ໄປ​ຍັງ​ປະ​ເທດ​ທີ່​ເປັນ​ຈຸດ​ລຳລຽງ​ຢາ​ເສບ​ຕິດ​ອື່ນ​ແລ້ວ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...