Homeຂ່າວຕ່າງປະເທດມູຣິນໂຢ້ ບອກຕົນບໍ່ແມ່ນຜູ້ຈັດການທີມເກັ່ງທີ່ສຸດຂອງໂລກ

ມູຣິນໂຢ້ ບອກຕົນບໍ່ແມ່ນຜູ້ຈັດການທີມເກັ່ງທີ່ສຸດຂອງໂລກ

Published on

ໂຊເຊ ມູຣິນໂຢ້ ຜູ້ຈັດການທີມ ແມນຢູ ລະບຸ ຕົນບໍ່ແມ່ນຜູ້ຈັດການທີມທີ່ເກັ່ງສຸດຂອງໂລກຕາມທີ່ ຍູຣິ ເວີນີດຸບ ນາຍໃຫຍ່ ຊອຣ໌ຍ່າ ເຊີດຊູ ພ້ອມເຜີຍຕົນພະຍາຍາມຮຽນຮູ້ຢູ່ສະເໝີ.

ໂຊເຊ ມູຣິນໂຢ້ ຜູ້ຈັດການທີມແມນຢູ ສອນໂມສອນໃຫຍ່ ພຣີເມຍລີກອັງກິດກ່າວວ່າຕົນບໍ່ເຖິງຂັ້ນເປັນຜູ້ຈັດການທີມທີ່ເກັ່ງທີ່ສຸດໃນໂລກເໝືອທີ່ ຍູຣິ ເວີນີດຸບ ຄູຝຶກ ຊອຣ໌ຢ່າ ຄູ່ແຂ່ງໃນເກມ ຢູຟາ ຢູໂຣ ປາລີກ ຮອບແບ່ງກຸ່ມ ກຸ່ມເອ ວັນພະຫັດທີ 8 ທັນວາ ຍົກຍ້ອງແຕ່ຢ່າງໃດ.

ເວີນີດຸບ ເວົ້າຍົກຍ້ອງ ມູຣິນໂຢ້ ຢ່າງຫຼວງຫຼາຍກ່ອນທີ່ພວກເຂົາຈະດວນກັນ ໂດຍທີ່ເຈົ້າຕົວລະບຸວ່າມັນນັບເປັນກຽດຢ່າງຫຼາຍທີ່ໄດພໍ້ໜ້າກັບຜູ້ຈັດການທີມຄົນ ປ໋ອກຕຸຍການ ແຖມຍັງບອກວ່ານາຍໃຫຍ່ແຫ່ງຖິ່ນ ໂອລ ແທຣ໌ຟອດເປັນຜູ້ຈັດການທີມຊັ້ນຍອດອີກຕ່າງຫາກ.

ມູຣິນໂຢ້ ເຜີຍວ່າ “ມັນຮູ້ສຶກດີທີ່ລາວເວົ້າແບບນັ້ນ ແຕ່ຂ້ອຍບໍ່ຄິດວ່າລາວເວົ້າຖືກດອກ ຂ້ອຍຄິດວ່າມັນມີຄົນແບບນັ້ນໃນຄວາມຄິດຂອງຂ້ອຍແລ້ວ ໂລກນີ້ບໍ່ມີໂຄດທີ່ເກັ່ງດອກ ທຸກລະດູການມີຄົນໜຶ່ງທີ່ໄດ້ລາງວັນຟີຟ້າ ໂກລເດັ້ນ ບານ ແຕ່ຂ້ອຍຄິດວ່ານັ້ນເຮັດໃຫ້ຄົນໆນັ້ນເປັນຄົນທີ່ເກັ່ງສຸດຕະຫຼອດການ ເຈົ້າຈະບອກວ່າຄົນໆນັ້ນເກັ່ງສຸດໃນປີນັ້ນແທນກໍໄດ້ ຂ້ອຍເຫັນນຳກັບເລື່ອງນັ້ນ ໃນທຸກປີມັນຈະມີເກມທີ່ສຳຄັນທີ່ສຸດ ດັ່ງນັ້ນທີ່ເຂົາເວົ້າຢ່າງນັ້ນມັນກໍເປັນແຕ່ການສະແດງໃຫ້ເຫັນວ່າເຂົາເປັນຄົນທີ່ນິໃສດີເທົ່ນັ້ນ”.

“ເຂົາໄດ້ຮຽນຮູ້ຈາກຂ້ອຍ ຄືຂ້ອຍໄດ້ຮຽນຮູ້ຈາກເຂົາ ຂ້ອຍພະຍາຍາມຮຽນຮູ້ຈາກທຸກເກມ ເມືອຂ້ອຍນຳທີມພົບກິບໃຜກໍຕາມແລ້ວ ຂ້ອຍຈະພະຍາຍາມສຶກສາທີມ,ອ່ານເກມລະຫວ່າງການແຂ່ງຂັນ ແລະ ຫຼັງຈົບເກມນຳ ຊຶ່ງເບິ່ງຄືວ່າງ່າຍກວ່າຫຼາຍ ຂ້ອຍພະຍາຍາມຮຽນຮູ້ສະເໝີ ດັງນັ້ນຖ້າເກີດມື້ອື່ນຂ້ອຍມີໂອກາດໄດ້ຮຽນຮູ້ຈາກເຂົາແລ້ວ ຂ້ອຍກໍຈະເຮັດແບບຊັ້ນ” ຜູ້ຈັດການທີມຄົນດັງເວົ້າ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...