Homeຂ່າວຕ່າງປະເທດມຽນມາໂຈະສົ່ງແຮງງານ ໄປເຮັດວຽກຢູ່ມາເລເຊຍ ຫລັງກະແສຕໍ່ຕ້ານ ການແກ້ໄຂບັນຫາຊາວໂຣຮິງຍາ

ມຽນມາໂຈະສົ່ງແຮງງານ ໄປເຮັດວຽກຢູ່ມາເລເຊຍ ຫລັງກະແສຕໍ່ຕ້ານ ການແກ້ໄຂບັນຫາຊາວໂຣຮິງຍາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວານີ້ວ່າ ກະຊວງຜູ້ອົບພະຍົບມຽນມາ ໄດ້ຖະແຫລງມື້ວານນີ້ (7 ທັນວາ) ວ່າ ໄດ້ສັ່ງໂຈະການອອກໃບອະນຸຍາດ ໃຫ້ແຮງງານຊາວມຽນມາ ເດີນທາງໄປເຮັດວຽກໃນປະເທດມາເລເຊຍ ຊົ່ວຄາວ ນັບຕັ້ງແຕ່ວັນທີ 6 ທັນວາ 2016 ເປັນຕົ້ນໄປ ເນື່ອງຈາກເກີດການໂຮມຊຸມນຸມປະທ້ວງລັດຖະບານມຽນມາ ໂດຍຊາວມຸດສະລິມຈຳນວນຫລາຍພັນຄົນ ທີ່ນະຄອນຫລວງກົວລາລຳເປີ ໃນວັນທີ 4 ທັນວາ 2016 ທີ່ຜ່ານມາ ດ້ວຍຄວາມບໍ່ພໍໃຈຕໍ່ນະໂຍບາຍຂອງມຽນມາ ໃນການແກ້ໄຂບັນຫາຊາວໂຣຮິງຍາ ຢູ່ລັດຍະໄຂ່ ຊຶ່ງນາຍົກລັດຖະມົນຕີມາເລເຊຍ ໄດ້ວິພາກວິຈານວ່າ ເປັນການຂ້າລ້າງເຜົ່າພັນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...