Homeຂ່າວຕ່າງປະເທດກຸ່ມກະບົດຖອນກຳລັງ ພ້ອມຮຽກຮ້ອງຢຸດຍິງ ຫລັງກອງທັບຊີຣີໂຈມຕີໜັກ ປົດປ່ອຍເມືອງອະເລບໂປ

ກຸ່ມກະບົດຖອນກຳລັງ ພ້ອມຮຽກຮ້ອງຢຸດຍິງ ຫລັງກອງທັບຊີຣີໂຈມຕີໜັກ ປົດປ່ອຍເມືອງອະເລບໂປ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວານີ້ວ່າ ກອງກຳລັງກະບົດຕໍ່ຕ້ານລັດຖະບານຊີຣີ ໄດ້ຖອນກຳລັງອອກຈາກພື້ນທີ່ ເຂດເມືອງເກົ່າ ທາງພາກຕາເວັນອອກຂອງເມືອງອະເລບໂປແລ້ວ ໃນຕອນເຊົ້າຂອງວັນພຸດທີ 7 ທັນວາຜ່ານມາ ແລະ ໄດ້ມຸ່ງໜ້າລົງໄປເຂດພື້ນທີ່ທາງພາກໃຕ້ຂອງເມືອງ ຊຶ່ງກຸ່ມກະບົດຍັງສາມາດຄວບຄຸມໄດ້ຢູ່ ຫລັງຈາກທີ່ຖືກກອງທັບຊີຣີ ດຳເນີນການໂຈມຕີທາງອາກາດຢ່າງໜັກໜ່ວງ ຕະຫລອດໄລຍະຫລາຍມື້ທີ່ຜ່ານມາ ສົ່ງຜົນເຮັດໃຫ້ຝ່າຍລັດຖະບານຊີຣີ ສາມາດເຂົ້າປົດປ່ອຍພື້ນທີ່ໄດ້ກວ່າ 75% ຂອງເມືອງອະເລບໂປແລ້ວ.​

ດ້ານສະພາແກນນຳຂອງຝ່າຍກະບົດຢູ່ເມືອງອະເລບໂປ ໄດ້ອອກມາຮຽກຮ້ອງໃຫ້ມີການຢຸດຍິງ ເພື່ອມະນຸດສະທຳໃນເມືອງອະເລບໂປ ເປັນເວລາ 5 ມື້ ແລະ ຂໍໃຫ້ເປີດທາງອົບພະຍົບສຳລັບພົນລະເມືອງ ໂດຍອ້າງວ່າພົນລະເມືອງກຳລັງຕົກຢູ່ໃນອັນຕະລາຍໃຫຍ່ຫລວງ ແລະ ພວກເຂົາຈະສະໜັບສະໜູນ ຕໍ່ບັນດາມາດຕະການເພື່ອຫລຸດຜ່ອນສະພາບການລົງ, ແນວໃດກໍຕາມ ຍັງບໍ່ທັນເປັນທີ່ຊັດເຈນວ່າ ຂໍ້ຮຽກຮ້ອງດັ່ງກ່າວຈະໄດ້ຮັບການຕອບສະໜອງ ຫລື ບໍ່ ເນື່ອງຈາກກ່ອນໜ້ານີ້ ລັດຖະບານຊີຣີໄດ້ປະກາດວ່າ ຈະບໍ່ມີການຢຸດຍິງໃດໆໃນເມືອງອະເລບໂປອີກ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...