Homeຊີວິດແລະຄວາມຮັກ7 ສັນຍານທີ່ບົ່ງບອກວ່າ ເຂົາຄືເນື້ອຄູ່ຂອງເຈົ້າ

7 ສັນຍານທີ່ບົ່ງບອກວ່າ ເຂົາຄືເນື້ອຄູ່ຂອງເຈົ້າ

Published on

ເມື່ອມີຄວາມຮັກ ຄຳຖາມກໍມັກຈະເກີດຂຶ້ນກັບຜູ້ຍິງ ບໍ່ວ່າຈະເປັນ “ເຂົາຮັກເຮົາແທ້ ຫຼືເຮົາຄິດໄປເອງ” ຫຼື “ແຟນຄົນນີ້ແມ່ນເນື້ອຄູ່ຂອງເຮົາ ຫຼືບໍ່” ເຖິງວ່າຄວາມຮັກຈະບໍ່ມີສູດສໍາເລັດ ແຕ່ 7 ຂໍ້ຕໍ່ໄປນີ້ ຄືສັນຍານທຳອິດທີ່ຈະຕອບສາວໆໄດ້ວ່າ ໜຸ່ມໆຄົນໃດທີ່ແມ່ນເນື້ອຄູ່

  1. ເຂົາຄືຄົນທຳອິດທີ່ເຈົ້າຄິດເຫັນໃນຍາມລຳບາກ: ໃນຍາມລຳບາກ ຫຼືມີບັນຫາຄົນທຳອິດທີ່ເຈົ້າຄິດຮອດຄືເຂົາ ເພາະເຂົາຈະຄອຍຊ່ວຍເຫຼືອ ແລະໃຫ້ຄຳປຶກສາກັບເຈົ້າໄດ້ທຸກເລື່ອງ
  2. ເຂົາຈົດຈຳເລື່ອງເລັກນ້ອຍ ກ່ຽວກັບໂຕເຈົ້າ: ເລື່ອງເລັກໆນ້ອຍໆ ທີ່ເຈົ້າເວົ້າໃຫ້ເຂົາຟັງ ເຂົາຈະຈື່ຈຳໄດ້ທຸກເລື່ອງ ເພາະເຂົາຈະໃສ່ໃຈເຈົ້າເປັນພິເສດ
  3. ເຂົາກ້າທີ່ຈະເສຍສະລະເພື່ອເຈົ້າ: ເຂົາຍອມເສຍສະລະເວລາ ເພື່ອພາເຈົ້າໄປທ່ຽວ ເພາະເຂົາຢາກເຫັນເຈົ້າມີຄວາມສຸກ
  4. ເຈົ້າເປັນໂຕເອງທີ່ສຸດໃນເວລາທີ່ຢູ່ກັບເຂົາ: ໃນເວລາທີ່ຢູ່ກັບເຂົາ ເຈົ້າຈະເປັນໂຕເອງຫຼາຍທີ່ສຸດ ເພາະເຈົ້າຈະບໍ່ໄດ້ເສແສ້ງສິ່ງທີ່ເຈົ້າບໍ່ຢາກເຮັດອອກມາ, ເຈົ້າຈະເຮັດໄດ້ທຸກເລື່ອງໃນສິ່ງທີ່ຢາກເຮັດ ໂດຍທີ່ບໍ່ຕ້ອງອາຍ
  5. ເຂົາຍົກຍ້ອງເຈົ້າທຸກຄັ້ງ ເມື່ອມີໂອກາດ: ເມື່ອເຂົາເຫັນເຈົ້າເຮັດສິ່ງໃດໜຶ່ງສຳເລັດ ເຂົາກໍຈະຍ້ອງຍໍເຈົ້າ, ເຂົາຈະຍ້ອງຍໍເຈົ້າໃຫ້ຄອບຄົວ ແລະໝູ່ເພື່ອນຂອງເຮົາໄດ້ຮູ້ກ່ຽວກັບເຈົ້າ
  6. ເຂົາຮູ້ວິທີເອົາໃຈເຈົ້າ: ບໍ່ວ່າເຈົ້າຢາກເຮັດຫຍັງ, ຢາກໄດ້ຫຍັງເຂົາກໍຈະຄອຍເອົາໃຈເຈົ້າທຸກຢ່າງ ເພື່ອເຮັດໃຫ້ເຈົ້າມີຄວາມສຸກໃນສິ່ງນັ້ນໆ
  7. ເຂົາເຮັດໃຫ້ເຈົ້າມີຄວາມສຸກ ແລະເຂົາກໍມີຄວາມສຸກ ທຸກຄັ້ງທີ່ຢູ່ກັບເຈົ້າ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...