spot_img
Homeຂ່າວພາຍ​ໃນ10 ທັນວານີ ພົບກັນແນ່ນອນ "ບົວຂາວ VS ດູເລບິນ" ໃຜຈະຊະນະ? ໃຜຈະຖືກນັອກ? ຕ້ອງຕິດຕາມ

10 ທັນວານີ ພົບກັນແນ່ນອນ “ບົວຂາວ VS ດູເລບິນ” ໃຜຈະຊະນະ? ໃຜຈະຖືກນັອກ? ຕ້ອງຕິດຕາມ

Published on

ຂ່າວກີລາຕ່າງປະເທດມື້ນີ້ ແອັດມິນຈະມາເກາະຕິດຂາ່ວວົງການມວຍທີ່ເຄີຍນຳສເໜີຜ່ານມາເມື່ອເດືອນກ່ອນ ກ່ຽວກັບແຜນການຂຶ້ນຊົກມວຍ ຂອງ ບົວຂາວ ບັນຊາເມກ ທີ່ພົບກັບ ອັງເດຣ ດູເລບິນ ເຊິ່ງຈະມີການຊົກໃນວັນທີ 10 ທັນວາ 2016 ທີ່ປະເທດ ເລບານອນ

ສຳລັບແຟນມວຍຂອງທັງສອງບໍ່ວ່າ ຈະເປັນ ບົວຂາວ ຫຼື ດູເລບິນ ໃຫ້ອົດໃຈລໍຖ້າພຽງ ອີກ 2 ມື້ເທົ່ານັ້ນກໍ່ຈະໄດ້ເຫັນນັກມວຍທັງຄູ່ສາດສິນລະປະການຕໍ່ສູ້ໃສ່ກັນຢ່າງດຸເດືອດເທິງສັງວຽນເວທີມວຍ ແນ່ນອນ.

ຄູ່ຊົກຂອງບົວຂາວ  ອັງເດຣ ດູເລບິນ ເຈົ້າຂອງສາຍາ ຫົວລູກປືນ ເປັນນັກມວຍໄທຍຊາວ ເບລາຣຸສ ຮຸ່ນເຟເທີເວດ ຈາກຄ້າຍມວຍ “ສຶກໄຟລເຕີ” ເຊິ່ງຕັ້ງຢູ່ໃນນະຄອນມິນ ດູເລບິນ ເປັນແຊັມໂລກມວຍໄທຍ 18 ສະໃໝ ທີ່ຊະນະລາຍການລະດັບນານາຊາດ ທັງໃນລະດັບສະໝັກຫຼິ້ນ ແລະ ອາຊີບ ຈາກຮຸ່ນ 51 ກກ. ໄປຈົນເຖິງ 67 ກກ. ເຊິ່ງຖືເປັນໜຶ່ງໃນຮຸ່ນປອນ ຕໍປອນ ສຳລັບນັກມວຍໄທຍທີ່ສູງທີ່ສຸດໃນໂລກ ເມື່ອປີ 2007 ເຂົາເປັນນັກມວຍໄທຍຄົນທຳອິດໃນເບລາຣຸສ ທີ່ໄດ້ຮັບລາງວັນ “ອໍເນີມາສເຕີອັອບສະປອດ” ໂດຍປະທານາທິບໍດີຂອງປະເທດ

ການປ່ຽນຄູ່ຊົກຂອງບົວຂາວ ບັນຊາເມກ ໃນຄັ້ງນີ້ ເຊື່ອວ່າເຮັດໃຫ້ແຟນມວຍຈັບຕາເບິ່ງເປັນພິເສດກວ່າທີ່ຜ່ານມາເພາະຄູ່ຊົກຂອງບົວຂາວຄົນນີ້ເມື່ອເບິ່ງຈາກປະຫວັດການຊົກແລ້ວກໍ່ຖືໄດ້ວ່າບໍ່ທຳມະດາ ເພາະມີຄວາມຊຳນານໃນການໃຊ້ສິນລະປະການຕໍ່ສູ້ແບບມວຍໄທຍເຕັມຮູບແບບ ຖືວ່ານັກມວຍຄົນນີ້ເປັນອີກຄົນໜຶ່ງທີ່ຄົບເຄື່ອງ ແລະ ເພັດບໍ່ແມ່ນຂອງຄ່ອຍ

ເຮົາຕ້ອງມາລຸ້ນນຳກັນວ່າ ເສິກມວຍໃນຄັ້ງນີ້ ບົວຂາວ ຈະສາມາດຮັກສາຊື່ສຽງ ຣາຊາແຫ່ງວົງການມວຍໄທຍໄດ້ ຫຼື ບໍ່ ນີ້ຖືເປັນການຊົກມວຍຄັ້ງທຳອິດໃນກຸ່ມປະເທດຕະເວັນອອກກາງ ມາລຸ້ນນຳກັນວ່າ ໃຜຈະຊະນະ? ໃຜຈະຖືກນັອກ?

ແຕ່ມີຂ່າວທີ່ຕ້ອງໄດ້ແຈ້ງເຖິງແຟນມວຍໄດ້ຮູ້ກ່ຽວກັບການຖ່າຍທອດສົດມວຍຄູ່ນີ້ວ່າ ເມື່ອໄດ້ມີການປະກາດອອກມາແລ້ວວ່າບໍ່ມີການຖ່າຍທອດສົດທາງໂທລະພາບຊ່ອງເພື່ອນບ້ານ ແຕ່ມີລິ້ງຖ່າຍທອດສົດຈາກປະເທດ ເລບານອນ ມາຝາກແນ່ນອນ ເຊິ່ງເວລາການຊົກກໍ່ເດິກກວ່າຄັ້ງທີ່ຜ່ານມາ ເພາະຈະມີການເລີ່ມເປີດລາຍການຊົກໃນລະຫວ່າງ 1:00-3:00 ໂມງ ຕອນເຊົ້າ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...