Homeຂ່າວການພັດທະນາສວນເຈົ້າອານຸວົງ ຍັງບໍ່ປອດຄວັນຢາສູບ! ສາທາລະນະສຸກ ຄວນເລັ່ງກວດກາ-ແກ້ໄຂ!

ສວນເຈົ້າອານຸວົງ ຍັງບໍ່ປອດຄວັນຢາສູບ! ສາທາລະນະສຸກ ຄວນເລັ່ງກວດກາ-ແກ້ໄຂ!

Published on

ພາຍຫຼັງທີ່ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກຳນົດເອົາຂອບເຂດສວນສາທາລະເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ ເປັນເຂດປອດຄັວນຢາສູບ ນັບຕັ້ງແຕ່ກາງປີ 2015 ເປັນຕົ້ນມາ, ແນວໃດກໍຕາມ ຜ່ານການສັງເກດເຫັນຂອງນັກຂ່າວພວກເຮົາພົບວ່າ ການສ້າງສວນແຫ່ງນີ້ ເປັນເຂດປອດຄັວນຢາສູບນັ້ນ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຍ້ອນຂາດການກວດກາ, ຄຸ້ມຄອງ, ຊຶ່ງມີພຽງປ້າຍໂຄສະນາ ແລະ ປ້າຍຫ້າມສູບຢາໃນບາງຈຸດເທົ່ານັ້ນ, ໂດຍປະກົດມີຜູ້ທີ່ສູບຢາຈຳນວນບໍ່ໜ້ອຍ ບໍ່ໄດ້ໃຫ້ຄວາມສົນໃຈ ແລະ ປະຕິບັດຕາມ.

ສະເພາະໃນຍາມຄໍ່າຄືນ ພາຍໃນບໍລິເວນດັ່ງກ່າວ ມີໄວໜຸ່ມຈຳນວນບໍ່ໜ້ອຍ ພາກັນມານັ່ງເປັນກຸ່ມກັນພ້ອມທັງສູບຢາປ່ອຍຄວັນ ກຸ້ມໄປທົ່ວບໍລິເວນ, ໂດຍບໍ່ສົນວ່າຈະສົ່ງຜົນກະທົບທີ່ບໍ່ດີຕໍ່ສຸຂະພາບຂອງຄົນອື່ນ. ດັ່ງນັ້ນ, ເພື່ອເຮັດໃຫ້ສ່ວນແຫ່ງນີ້ເປັນເຂດປອດຄັວນຢາສູບຢ່າງແທ້ຈິງ ເຫັນວ່າທຸກຄົນຕ້ອງມີສ່ວນຮ່ວມ ແລະ ພ້ອມກັນປະຕິບັດມາດຕະການຕ່າງໆທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍການຄວບຄຸມຢາສູບ, ສຳຄັນແມ່ນພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນອົງການຄຸ້ມຄອງວຽກງານຄວບຄຸມຢາສູບຄື ຂະແໜງສາທາລະນະສຸກທຸກຂັ້ນ ຄວນໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ຈັດຕັ້ງໃຫ້ມີໜ່ວຍງານຕິດຕາມກວດກາ ແລະ ກ່າວເຕືອນ ເມື່ອພົບເຫັນຜູ້ທີ່ສູບຢາ ຢູ່ໃນບໍລິເວນສວນສາທາລະນະ ແລະ ເຂດຫ້າມສູບຢາຕ່າງໆ, ຈຶ່ງຈະສາມາດເຮັດໃຫ້ສັງຄົມມີສະພາບແວດລ້ອມທີ່ດີຂື້ນເທື່ອລະກ້າວ. 

untitled-1-15

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...