Homeຂ່າວການພັດທະນາທູດຣັດເຊຍຖະແຫລງ ຜົນສຳເລັດການຮ່ວມມື ລາວ-ຣັດເຊຍ 1 ປີຜ່ານມາ

ທູດຣັດເຊຍຖະແຫລງ ຜົນສຳເລັດການຮ່ວມມື ລາວ-ຣັດເຊຍ 1 ປີຜ່ານມາ

Published on

ຂປລ. ​​ວັນ​ທີ 7 ທັນວາ 2016 ທີ່​ນະຄອນຫລວງ​ວຽງຈັນ ທ່ານ ມິກ​ເຮວ ບາຣານອບ (Mikhail BARANOV) ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະພັນ​ຣັດ​ເຊຍ​ ປະຈຳ​ລາວ ​ໄດ້​ຖະຂ່າວ​ກ່ຽວກັບ​ຜົນສຳ​ເລັດຂອງ​ການ​ພັດທະນາ ​ແລະ ການຮ່ວມ​ມື​ລາວ-​ຣັດ​ເຊຍ ​ໃນຕະຫລອດ 1 ປີຜ່ານມາ ​​ໂດຍ​ສະ​ເພາະ​ດ້ານການ​ເມືອງ, ​ເສດຖະກິດ-​ການຄ້າ, ​ມະນຸດສະທຳ , ວັດ​ທະ​ນະ​ທຳ ​ແລະ ບັນຫາ​ອື່ນໆທີ່​ເຫັນ​ດີ​ຮ່ວມ​ກັນ.

ລາວ-​ສະຫະພັນຣັດ​ເຊຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມມາຕະຫລອດໄລຍະ 56 ປີ ຜ່ານມາ ​ເຊິ່ງພົວພັນ​ຮ່ວມ​ມືສອງປະເທດ ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ​ ໄດ້​ສະ​ແດງ​ອອກ​ ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະກັນ ອັນ​ພົ້ນເດັ່ນ​ແມ່ນ ​ຂໍ້​ຕົກລົງ​ກ່ຽວກັບການ​ຍົກ​ເວັ້ນວີ​ຊາ ​ໄປມາຫາສູ່ກັນ​ສຳລັບໜັງສື​ຜ່ານ​​ແດນ (ທຳ​ມະ​ດາ), ຂໍ້​ຕົກ​ລົງ​ວ່າ​ດ້ວຍ ​ການ​ຮ່ວມ​ມື​ລະຫວ່າງ ​ພັກ​ເອກະ​ພາບ​ຣັດ​ເຊ​ຍ ​ແລະ ພັກ​ປະຊາຊົນ ປະຕິວັດ​ລາວ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການປະຕິ​ສຳພັນ ​ໃນ​ຂົງ​ເຂດ​ການ​ຟອ​ກ​ເງິນ ທີ່​ມີ​ລາຍ​ໄດ້​ຈາກ​ການ​ກໍ​ອາດ​ສະ​ຍາ​ກຳ ​ແລະ ການ​ລະດົມ​ທຶນ​ຂອງ​ພວກ​ກໍ່​ການ​ຮ້າຍ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ ​ແລະ ​ໄດ້ມີ​ການຢືນຢັນກ່ຽວ​ກັບ​ບູລິ​ມະ​ສິດ ​ໃນ​ການ​ຮ່ວມ​ມື​ໃນ​ບາງ​ດ້ານ​ຕື່ມ​ອີກ ​ໃນ​ນັ້ນ​ປະກອບ​ມີ​ຂະ​ແໜງໂທລະ​ຄົມມະນາຄົມ, ພະລັງງານ​ນ້ຳ, ການບິນ​ພົນລະ​ເຮືອນ, ບໍ່​ແຮ່ ​ແລະ ການ​ຊຸດ​ຄົ້ນ​ບໍ່​ແຮ່ ​ແລະ ​ອື່ນໆ ນອກຈາກ​ນັ້ນ ​ສະຫະພັນ​ຣັດ​ເຊຍ ​ຍັງ​ໄດ້​ສົ່ງ​ເສີມ​ວຽກງານ​ການ​ສຶກສາ​ສຳລັບ​ປີ​ນີ້​ ແມ່ນ​ໄດ້​ສົ່ງ​ນັກ​ສຶກສາລາ​ວ ​ໄປ​ສຶກສາ​ຕໍ່​ ໃນ​ລະ​ດັບ​ຕ່າງໆ ຢູ່​ບັນດາ​ມະຫາວິທະຍາ​ໄລ​ຂອງ​ຣັດ​ເຊຍ ຈຳນວນ 87 ຄົນ ​ແລະ ມີ​ນັກ​ສຶກສາ​ຈຳນວນໜຶ່ງ ​ໄດ້​ຮຽນກຽມພາສາ​ຣັດ​ເຊຍ ຢູ່​ສູນ​ວິທະຍາສາດ ​ແລະ​ ວັດທະນະທຳ​ຣັດ​ເຊຍ ປະຈຳ​ລາວ, ຕໍ່​ກັບ​ບັນຫາດັ່ງກ່າວ ​ເປັນ​ການ​ຢັ້ງຢືນ​ວ່າ ລາວ-​ຣັດ​ເຊຍ ​ໄດ້​ຮັດ​ແໜ້ນການປະຕິ​ສຳພັນ​ລະຫວ່າງະ​ຂະ​ແໜງການຕ່າງ​ໆ ຖື​ເປັນ​ການ​ປະ​ກອບ​ສ່ວນ​ສຳຄັນ ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຢ່າງ​ໜັກ​ແໜ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...