Homeຂ່າວເຫດການທະນາຄານພົງສະຫວັນ ສາຂາສະຫວັນນະເຂດ ປະກາດສ້າງຕັ້ງ 2 ອົງການຈັດຕັ້ງມະຫາຊົນ

ທະນາຄານພົງສະຫວັນ ສາຂາສະຫວັນນະເຂດ ປະກາດສ້າງຕັ້ງ 2 ອົງການຈັດຕັ້ງມະຫາຊົນ

Published on

ພິທີປະກາດສ້າງຕັ້ງ ໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງຮາກຖານ ທະນາຄານພົງສະຫວັນ ສາຂາແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 6 ທັນວາ 2016 ນີ້, ທີ່ຫ້ອງປະຊຸມທະນາຄານດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສີສະຫວັດ ໂຄະທະວົງສາ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ອຸດອນ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພົວ. ຄຳຜາຍ ຈັນສີສະໝຸດ ຮອງປະທານກຸ່ມບໍລິສັດພົງສິຫວັນ ທັງເປັນຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີການຈັດຕັ້ງກ່ຽວຂ້ອງ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານຂອງທະນາຄານດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດຊີ້ນຳ ຕໍ່ກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສອງອົງການດັ່ງກ່າວ ທັງນີ້ແນໃສ່ເພື່ອໃຫ້ອົງການຈັດຕັ້ງ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ໄດ້ຮັບໝາກຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...