spot_img
Homeຂ່າວພາຍ​ໃນຢືນຢັນ! ພົບແຝດໂຕຕິດກັນ ກໍລະນີທຳອິດຂອງລາວ

ຢືນຢັນ! ພົບແຝດໂຕຕິດກັນ ກໍລະນີທຳອິດຂອງລາວ

Published on

ນັກຂ່າວທ້ອງຖິ່ນຂອງລາວໂພສຕ໌ ປະຈຳຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ສຳນັກຂ່າວລາວໂພສຕ໌ ເຖິງຂ່າວລືເລື່ອງເດັກນ້ອຍແຝດໂຕຕິດກັນວ່າ ຕາມການກວດສອບຂໍ້ມູນເບື້ອງຕົ້ນຢືນຢັນວ່າ ກໍລະນີດັ່ງກ່າວນັ້ນເປັນເລື່ອງຈິງ.

ນັກຂ່າວລາຍງານວ່າ ຕອນແລງວັນທີ 7 ທັນວາ 2016 ນີ້ ເວລາປະມານ 17:00 ໂມງ ຢູ່ທີ່ໂຮງໝໍຫຼັກຊາວ ເມືອງຄຳເກີດ ແຂວງບໍລິໄຊ ໜ່ວຍຜ່າຕັດທີ່ນຳໂດຍ ທ່ານ ດຣ ທະນູສັກ ໄຊພັກດີ ຫົວໜ້າຊຸດຜ່າຕັດ ໄດ້ນຳພາທີມຜ່າຕັດຂອງໂຮງໝໍດັ່ງກ່າວ ຊ່ວຍຜ່າຕັດຊ່ວຍເກີດໃຫ້ແກ່ ແມ່ມານຖືພາລູກແຝດຜູ້ໜຶ່ງ ເຊິ່ງພາຍຫຼັງຜ່າເຂົ້າອອກມາກໍພົບວ່າເປັນແຝດໂຕຕິດກັນ ເຊິ່ງເບື້ອງຕົ້ນລາຍງານວ່າເດັກນ້ອຍໂຕຕິດກັນປອດໄພດີ ແລະກໍລະນີດັ່ງກ່າວນີ້ຖືວ່າເປັນກໍລະນີທຳອິດຂອງລາວ.

ແນວໃດກໍຕາມ, ລາຍລະອຽດຂອງຂ່າວ ສຳນັກຂ່າວລາວໂພສຕ໌ຈະອັບເດດເພີ່ມເຕີມຕື່ມອີກ ພາຍຫຼັງສຳພາດທ່ານໝໍຈາກຫົວໜ້າທີມຜ່າຕັດໃນມື້ອື່ນນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...