spot_img
Homeຂ່າວຕ່າງປະເທດກໍາມະກອນກໍ່ສ້າງຢູ່ທີ່ປະເທດຈີນມື່ນຕົກເຄນຍົກ ຫ້ອຍຄ້າງກາງອາກາດເປັນເວລາເຄິ່ງຊົ່ວໂມງ

ກໍາມະກອນກໍ່ສ້າງຢູ່ທີ່ປະເທດຈີນມື່ນຕົກເຄນຍົກ ຫ້ອຍຄ້າງກາງອາກາດເປັນເວລາເຄິ່ງຊົ່ວໂມງ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 7 ທັນວານີ້ວ່າ: ເມື່ອວັນທີ 4 ທັນວາທີ່ຜ່ານມາ ເວລາປະມານ 09:06 ນາທີ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງວ່າ ທີ່ໄຊຕ໌ງານກໍ່ສ້າງແຫ່ງໜຶ່ງແຖວຖະໜົນຈິງສາງ ເມືອງຫາງໂຈວ ມົນທົນເຈີ້ຈຽງ ຂອງປະເທດຈີນມີກໍາມະກອນຄົນໜຶ່ງຍ່າງພະລາດມື່ນຂະນະເຮັດການຮື້ຖອນທາວເວີເຄນຍົກ ເປັນເຫດເຮັດໃຫ້ມື່ນໄຫຼໄປຫ້ອຍຄ້າງຢູ່ກາງອາກາດ ສູງຈາກພື້ນດິນປະມານ 20 ແມັດ ຫຼັງຈາກນັ້ນເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງກໍຮີບຟ້າວໄປບ່ອນເກີດເຫດພ້ອມເຈົ້າໜ້າທີ່ດັບເພີງເຂົ້າຊ່ວຍເຫຼືອ.

ໂດຍເພື່ອນຮ່ວມງານກ່າວວ່າ ຊາຍຄົນດັ່ງກ່າວມາເຮັດວຽກຕັ້ງແຕ່ເຊົ້າ ແຕ່ເກີດພະລາດມື່ນໄຫຼຈົນໄປຫ້ອຍຄ້າງຢູ່ກາງອາກາດ ໂຊກດີທີ່ເຂົາສາມາດຄວ້າຈັບເຊືອກໄວ້ໄດ້ ຊຶ່ງເຂົາຫ້ອຍຢູ່ເທິງນັ້ນດົນເຄິ່ງຊົ່ວໂມງ

ເຈົ້າໜ້າທີ່ດັບເພີງເຜີຍວ່າ ຊາຍຄົນດັ່ງກ່າວໃຊ້ມືຂວາກໍາເຊືອກໄວ້ຢ່າງແໜ້ນ ມືເບື້ອງຊ້າຍຈັບບໍລິເວນທ້າຍທອຍ ມີບາດແຜແຕກເປັນແນວຍາວ ແລະມີເລືອດໄຫຼອອກບໍ່ຢຸດ ສະຕິເລີ່ມເລິເລືອນ ເຈົ້າໜ້າທີ່ຕ້ອງຮ້ອງໃສ່ເຕືອນບໍ່ເຂົາຫຼັບ ແລ້ວໃຊ້ລົດດັບເພີງທີ່ມີຂັ້ນໄດຍາວເລັ່ງເຂົ້າຊ່ວຍເຫຼືອ ແຕ່ດ້ວຍບໍລິເວນນັ້ນມີພື້ນທີ່ຈໍາກັດ ຈຶ່ງໄດ້ປ່ຽນມາໃຊ້ຂັ້ນໄດຢືດພາດລະຫວ່າງຕຶກກັບທາວເວີເຄນຍົກໄຕ່ເຂົ້າໄປດຶງໂຕຂຶ້ນມາ ແລະສາມາດຊ່ວຍເຫຼືອໄດ້ສໍາເລັດ ແລະປອດໄພ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...