spot_img
Homeຂ່າວຕ່າງປະເທດກໍາມະກອນກໍ່ສ້າງຢູ່ທີ່ປະເທດຈີນມື່ນຕົກເຄນຍົກ ຫ້ອຍຄ້າງກາງອາກາດເປັນເວລາເຄິ່ງຊົ່ວໂມງ

ກໍາມະກອນກໍ່ສ້າງຢູ່ທີ່ປະເທດຈີນມື່ນຕົກເຄນຍົກ ຫ້ອຍຄ້າງກາງອາກາດເປັນເວລາເຄິ່ງຊົ່ວໂມງ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 7 ທັນວານີ້ວ່າ: ເມື່ອວັນທີ 4 ທັນວາທີ່ຜ່ານມາ ເວລາປະມານ 09:06 ນາທີ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງວ່າ ທີ່ໄຊຕ໌ງານກໍ່ສ້າງແຫ່ງໜຶ່ງແຖວຖະໜົນຈິງສາງ ເມືອງຫາງໂຈວ ມົນທົນເຈີ້ຈຽງ ຂອງປະເທດຈີນ ມີກໍາມະກອນຄົນໜຶ່ງຍ່າງພະລາດມື່ນຂະນະເຮັດການຮື້ຖອນທາວເວີເຄນຍົກ ເປັນເຫດເຮັດໃຫ້ມື່ນໄຫຼໄປຫ້ອຍຄ້າງຢູ່ກາງອາກາດ ສູງຈາກພື້ນດິນປະມານ 20 ແມັດ ຫຼັງຈາກນັ້ນເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງກໍຮີບຟ້າວໄປບ່ອນເກີດເຫດພ້ອມເຈົ້າໜ້າທີ່ດັບເພີງເຂົ້າຊ່ວຍເຫຼືອ.

ໂດຍເພື່ອນຮ່ວມງານກ່າວວ່າ ຊາຍຄົນດັ່ງກ່າວມາເຮັດວຽກຕັ້ງແຕ່ເຊົ້າ ແຕ່ເກີດພະລາດມື່ນໄຫຼຈົນໄປຫ້ອຍຄ້າງຢູ່ກາງອາກາດ ໂຊກດີທີ່ເຂົາສາມາດຄວ້າຈັບເຊືອກໄວ້ໄດ້ ຊຶ່ງເຂົາຫ້ອຍຢູ່ເທິງນັ້ນດົນເຄິ່ງຊົ່ວໂມງ

ເຈົ້າໜ້າທີ່ດັບເພີງເຜີຍວ່າ ຊາຍຄົນດັ່ງກ່າວໃຊ້ມືຂວາກໍາເຊືອກໄວ້ຢ່າງແໜ້ນ ມືເບື້ອງຊ້າຍຈັບບໍລິເວນທ້າຍທອຍ ມີບາດແຜແຕກເປັນແນວຍາວ ແລະມີເລືອດໄຫຼອອກບໍ່ຢຸດ ສະຕິເລີ່ມເລິເລືອນ ເຈົ້າໜ້າທີ່ຕ້ອງຮ້ອງໃສ່ເຕືອນບໍ່ເຂົາຫຼັບ ແລ້ວໃຊ້ລົດດັບເພີງທີ່ມີຂັ້ນໄດຍາວເລັ່ງເຂົ້າຊ່ວຍເຫຼືອ ແຕ່ດ້ວຍບໍລິເວນນັ້ນມີພື້ນທີ່ຈໍາກັດ ຈຶ່ງໄດ້ປ່ຽນມາໃຊ້ຂັ້ນໄດຢືດພາດລະຫວ່າງຕຶກກັບທາວເວີເຄນຍົກໄຕ່ເຂົ້າໄປດຶງໂຕຂຶ້ນມາ ແລະສາມາດຊ່ວຍເຫຼືອໄດ້ສໍາເລັດ ແລະປອດໄພ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...