spot_img
Homeຂ່າວພາຍ​ໃນບໍລິສັດ ເບຍລາວ ເຕີບໂຕຢ່າງແຂງແຮງມາກວ່າ 40 ປີ ຍ້ອນຄວາມເຊື່ອໝັ້ນຂອງສັງຄົມ

ບໍລິສັດ ເບຍລາວ ເຕີບໂຕຢ່າງແຂງແຮງມາກວ່າ 40 ປີ ຍ້ອນຄວາມເຊື່ອໝັ້ນຂອງສັງຄົມ

Published on

ຂປລ. ຈາກປະລິມານການບໍລິໂພກ ຜະລິດຕະພັນຂອງ ບໍລິສັດ ເບຍລາວຈຳກັດ ທີ່ນັບມື້ເພີ່ມຂຶ້ນທຸກປີ ໂດຍເລີ່ມແຕ່ກໍໍ່ຕັ້ງບໍລິສັດ ຈົນມາເຖິງປັດຈຸບັນ ລວມແລ້ວ 40 ກ່ວາປີ ​ແລະ ຍ້ອນຄວາມເຊື່ອໜັ້ນຂອງສັງຄົມ ສະເພາະທຸລະກິດ ໂດຍລວມຍັງເຕີບໂຕຢ່າງເຂັ້ມແຂງ ທັງໄດ້ກາຍເປັນບໍລິສັດຊັ້ນນຳຂອງ ສປປ ລາວ ທີ່ມີຕົວແທນຈຳໝ່າຍ 18 ປະເທດໃນທົ່ວໂລກ.

ທ່ານ ສູນທອນ ພົມມະຈັກ ຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ ຈຳກັດ ໃຫ້ຮູ້ວ່າ: ເບຍລາວ ແມ່ນຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ເພື່ອຈຳໝ່າຍພາຍໃນ ແລະ ຕ່າງປະເທດ ໂດຍ ບໍລິສັດ ເບຍລາວ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນຊຸມປີ 1973 ໂດຍການຮ່ວມທືນ ລະຫວ່າງ ນັກທຸລະກິດລາວ-ຝຣັ່ງ ໃນເວລານັ້ນໄດ້ໃຊ້ຊື່ວ່າ (ໂຮງງານເຫລົ້າເບຍ ແລະ ນໍ້າກ້ອນລາວ) ປະສິດຕິພາບ ໃນການຜະລິດເບຍ ແມ່ນ 3 ລ້ານລິດ/ປີ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ໂຮງງານດັ່ງກ່າວ ໄດ້ຖຶກໂອນເປັນກຳມະສິດຂອງລັດຖະບານ. ຕໍ່ມາປີ 1993 ບໍລິສັດໄດ້ເລີ່ມຮ່ວມທືນກັບບໍລິສັດຈາກຕ່າງປະເທດ  ແລະ ສາມາດຜະລິດເບຍໄດ້ 20 ລ້ານລິດ/ປີ, ຕົກມາປີ 1997 ບໍລິສັດໄດ້ເລີ່ມມີການສົ່ງອອກ, ຈົນມາເຖິງ ປີ 2002 ບໍລິສັດ ກໍໄດ້ ເຊັນສັນຍາຮ່ວມທືນກັບ ບໍລິສັດ ຄາລສະເບີກ ບຣິເວີລີ ຈາກປະເທດດານມາກ ຖືຮຸ້ນ 50% ແລະ ລັດຖະບານລາວ ຖືຮຸ້ນ 50% ໂດຍມີກຳລັງການຜະລິດ 120 ລ້ານລິດ/ປີ.

ການຜະລິດສິນຄ້າຂອງ ບໍລິສັດ ເບຍລາວ ຈຳກັດ ພາຍຫລັງອອກສູ່ຕະຫລາດ ແມ່ນໄດ້ຮັບການຕອບຮັບເປັນຢ່າງດີຈາກສັງຄົມ ດ້ວຍຄວາມເຊື່ອໜັ້ນ ແລະ ຊົມໃຊ້ຜະລິດຕະພັນທີ່ເປັນຂອງຄົນລາວຫລາຍຂຶ້ນ ຈຶ່ງເຮັດໃຫ້ການດຳເນີນທຸລະກິດຂອງບໍລິສັດ ຕ້ອງໄດ້ເພີ່ມກຳລັງການຜະລິດໃຫ້ພຽງພໍກັບການຊົມໃຊ້. ດັ່ງນັ້ນ, ມາຮອດປີ 2008 ບໍລິສັດ ຈຶ່ງໄດ້ສ້າງຕັ້ງໂຮງງານແຫ່ງທີ 2 ຂຶ້ນທີ່ ແຂວງຈຳປາສັກ ແລະ ສາມາດຜະລິດເບຍໄດ້ 180ລ້ານລິດ/ປີ ພ້ອມດຽວກັນນັ້ນ ເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າຫລາຍຂຶ້ນ ທາງບໍລິສັດ ກໍໄດ້ໂຮມໂຕກັບ ບໍລິສັດ ນໍ້າຫວານລາວ ຈຳກັດ ແລະ ດຳເນີນທຸລະກິດພາຍໃຕ້ຊື່ຂອງ ບໍລິສັດ ເບຍລາວ ຈຳກັດ ໃນປີ 2011 ໂດຍທີ່ ບໍລິສັດ ຄາລສະເບີກ ບຣິເວີລີ ຈາກປະເທດດານມາກ ຖືຮຸ້ນ 51% ແລະລັດຖະບານລາວ ຖືຮຸ້ນ 49% ດ້ວຍກຳລັງການຜະລິດເບຍ 220 ລ້ານລິດ/ປີ ຄຽງຄູ່ກັບການຜະລິດນັ້ນ ຕະຫລາດຄວາມຕ້ອງການກໍເພີ່ມຂຶ້ນເຊັ່ນດຽວກັນ. ຕົກມາຮອດປີ 2012 ບໍລິສັດ ຈຶ່ງໄດ້ເພີ່ມກຳລັງການຜະລິດຂອງເບຍໃຫ້ເປັນ 340 ລ້ານລິດ/ປີ, ນໍ້າອັດລົມ 70 ລ້ານລິດ/ປີ ແລະ ນໍ້າດື່ມ 180ລ້ານລິດ/ປີ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

dsc_4693-bier-2

ທ່ານ ສູນທອນ ພົມມະຈັກ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ ບໍລິສັດຂອງພວກເຮົາ ຖືເປັນບໍລິສັດໜຶ່ງທີ່ເປັນມືອາຊີບ ຈາກໃນເມື່ອກ່ອນ ພຽງແຕ່ລາວເຮັດລາວໄດ້ລາວໃຊ້ລາວຈະເລີນ ແຕ່ດຽວນີ້ ພວກເຮົາມີທີມງານທີ່ເປັນມືອາຊີບ, ມີທີ່ປຶກສາຈາກຕ່າງປະເທດ ຫລາຍກວ່າ 9 ສັນຊາດ ນອກນັ້ນ ເບຍລາວ ຍັງໄດ້ກາຍເປັນທູດກໍຄືຜະລິດຕະພັນລາວ ທີ່ເປັນໜາກຫົວໃຈຂອງຄົນລາວໃນການ ສົ່ງອອກໄປຕ່າງປະເທດ ​ເຊິ່ງມີທັງໜົດ 18 ປະເທດໃນໂລກ ເປັນຕົ້ນແມ່ນປະເທດອັງກິດ, ການາດາ, ສປ ຈີນ ແລະ ອື່ນໆເປັນຕົ້ນ. ພ້ອມນີ້, ເບຍລາວຍັງໄດ້ຮັບສາຍຍານາມວ່າ: ເປັນເບຍທ້ອງຖີ່ນທີ່ມີຄົນນິຍົມຫລາຍ ແລະ ຍັງໄດ້ອອກວາລະສານຫລາຍສຳນັກ, ສ່ວນການຂະຫຍາຍຕົວຂອງທຸລະກິດ ໃນປີ 2015-2016 ຢູ່ໃນລະດັບ 4% ສ່ວນນໍ້າດື່ມຂະຫຍາຍຕົວ 14% ອັນນີ້ກໍແມ່ນອີກໜາກຜົນໜື່ງ ທີ່ເຮັດໃຫ້ບໍລິສັດປະສົບຜົນສຳເລັດທາງດ້ານທຸລະກິດ ໂດຍສະເພາະ 10 ເດືອນຂອງປີ 2016 ນີ້.

ເບຍລາວ ນອກຈາກຈະເອົາໃຈໃສ່ຜະລິດສິນຄ້າທີ່ມີຄຸນນະພາບແລ້ວ. ຍັງໄດ້ມອບພັນທະໃຫ້ກັບລັດຖະບານ ຢ່າງເຕັມເມັດເຕັມໜ່ວຍ ແລະ ຍັງໄດ້ໃຫ້ການຊ່ວຍເຫລືອສັງຄົມ ໂດຍກຳນົດວົງເງິນສະເພາະໃນແຕ່ລະປີ ສຳຄັນກວ່າໝູ່ແມ່ນສຸມໃສ່ ວຽກງານການສຶກສາ, ສາທາລະນະສຸກ ແລະ ວຽກງານຈາລາຈອນ ປູກຈິດສຳນຶກແກ່ການຂັບຂີ່ ໂດຍການຮ່ວມມືກັບເຈົ້າໜ້າທີ່ ຈາລະຈອນຢ່າງ ເປັນປົກກະຕິ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...