Homeນານາສາລະຄວາມຮັກບໍ່ມີສູດຕາຍຕົວ

ຄວາມຮັກບໍ່ມີສູດຕາຍຕົວ

Published on

ຄວາມຮັກ…ບໍ່ມີສູດຕາຍຕົວ ແລະຮຽນແບບກັນບໍ່ໄດ້ ບາງຄັ້ງຕ້ອງເຂົ້າໃຈວ່າ ສິ່ງທີ່ເຈົ້າຢາກໄດ້ ແຕ່ອາດຈະບໍ່ແມ່ນສິ່ງທີ່ເຂົາເປັນຢູ່ ກົງກັນຂ້າມສິ່ງທີ່ເຂົາປາຖະໜາ ແຕ່ກໍອາດຈະບໍ່ແມ່ນສິ່ງທີ່ເຈົ້າເປັນຢູ່ເຊັນກັນ ຖ້າເປັນແບບນີ້ຫຼາຍຄູ່ກໍມັກຈະຫາເຫດຜົນທີ່ເຫັນແກ່ໂຕວ່າ ເຮົາເຂົ້າກັນບໍ່ໄດ້ ແລະຜົນສຸດທ້າຍກໍຕ້ອງເລີກລາກັນໄປ ແຕ່ຖ້າຕ່າງຝ່າຍຮູ້, ເຫັນ ແລະຍອມຮັບຄວາມແຕກຕ່າງເຊິ່ງກັນ ແລະກັນ ທີ່ບໍ່ແມ່ນສິ່ງທີ່ຫາກໍ່ສ້າງຂຶ້ນມາໃນມື້ນີ້ມື້ວານໄດ້ ກໍຈະພິສູດໃຫ້ສານໃຈເຫັນວ່າ ຂ້ອຍຮັກເຈົ້າ ຫຼືວ່າເຈົ້າຮັກຂ້ອຍທີ່ເຄີຍກ່າວຕໍ່ກັນໃນວັນທີ່ຜ່ານໆມານັ້ນ ບໍ່ແມ່ນເກີດຈາກອາລົມຊົ່ວວູບ ຫາກແມ່ນຄວາມຈິງຈັງຈິງໃຈ ແລະຫວັງຄູ່ຄຽງກັນຈົນກວ່າອີກຝ່າຍຈະຈາກໄປຕາມກົດອະນິດຈັງ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...