spot_img
Homeມູມໄອທີລາວ9 ສິ່ງທີ່ທ່ານຄວນຮູ້ໃນເວລາໄປເລືອກຊື້ສະມາດໂຟນ

9 ສິ່ງທີ່ທ່ານຄວນຮູ້ໃນເວລາໄປເລືອກຊື້ສະມາດໂຟນ

Published on

 ປະຈຸບັນໂທລະສັບສະມາດໂຟນເລີ່ມເຂົ້າມາມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົານັບມື້ຫຼາຍຂຶ້ນເທື່ອລະກ້າວເນື່ອງຈາກໂທລະສັບດັ່ງກ່າວໄດ້ສ້າງຄວາມສະດວກ

ສະບາຍໃຫ້ແກ່ການນຳໃຊ້ໄດ້ເປັນຢ່າງດີແຕ່ທ່ານຮູ້ແລ້ວ ຫຼື ບໍ່ກ່ຽວກັບວິທີ ຫຼື ຂັ້ນຕອນກ່ອນທ່ານຈະເລືອກຊື້ສະມາດໂຟນມານຳໃຊ້ໃນມື້ນີ້ທາງທີມງານຜ່າໂລກໄອທີຈິ່ງໄດ້ຍິບຍົກ ເອົາ 9 ວິທີມາຝາກທ່ານຜູ້ອ່ານເພື່ອຫຼີ້ກເວັ້ນຄວາມຜິດຫວັງຫຼັງຈາກຊື້ມາໃຊ້ແລ້ວດັ່ງລຸ່ມນີ້:

  1. ຖາມໂຕເອງກ່ອນວ່າຈະຊື້ສະມາດໂຟນເພື່ອມາໃຊ້ງານກ່ຽວກັບຫຍັງແນ່? ຕົວຢ່າງໃຊ້ໃນການເຮັດວຽກ + ຫຼິ້ນເກມ + Selfie ກໍຕ້ອງເລືອກເອົາເຄື່ອງທີ່ມີຄວາມຈໍາຫຼາຍໆແນ່, CPU ຮອງຮັບກຣາບຟິກດີໆ, ເຄື່ອງເຮັດວຽກໄວ ແລະ ກ້ອງໜ້າຮອງຮັບສຳລັບການຖ່າຍຮູບ Selfie ແບບງາມໆໄດ້ ແລະ ລວມເຖິງແບັດເຕີຣີຕ້ອງໃຊ້ງານໄດ້ໝົດມື້ເປັນຕົ້ນ.
  2. ຮອງຮັບ 4G ໄດ້ ຫຼື ບໍ່? ຄວນຈະເລືອກຊື້ໂທລະສັບມືຖືສະມາດໂຟນຮຸ່ນທີ່ຮອງຮັບ 4G ໄດ້, ຊຶ່ງໃນປະຈຸບັນນີ້ ມືຖືສະມາດໂຟນທີ່ຮອງຮັບ 4G ໄດ້, ລາຄາກໍບໍ່ແພງຫຼາຍແລ້ວ.
  3. ລະບົບປະຕິບັດການຂອງເຄື່ອງ
  • ລະບົບປະຕິບັດການ IOS: ຈະເປັນລະບົບປິດຂອງຄ່າຍ Apple ຕ້ອງໄດ້ສະໝັກ AppleID ໃນການດາວໂຫຼດແອັບ, ຊື້ແອັບ ແລະ ຊື້ບໍລິການຕ່າງໆ.
  • ລະບົບປະຕິບັດການ Andr- oid: ເປັນລະບົບປະຕິບັດການຂອງ google ທີ່ເປັນ opensource ນັກພັດທະນາສາມາດພັດທະນາຕໍ່ໄດ້ໂດຍຈະຕ້ອງໄດ້ໃຊ້ບັນຊີລະຫັດຂອງ google (gmail) ໃນການໃຊ້ບໍລິການຕ່າງໆໂດຍການໂຫຼດຈາກ Play Store.

4. ROM ກັບ RAM ແລະ ໜ່ວຍຄວາມຈຳ

  • ROM (Read-Only Memory) ໜ່ວຍຄວາມຈຳຖາວອນທີ່ມາພ້ອມກັບເຄື່ອງຊຶ່ງມີໃຫ້ເລືອກແຕ່ 8GB ຈົນຮອດ 128GB ຍິ່ງໜ່ວຍຄວາມຈໍາຫຼາຍເທົ່າໃດກໍຍິ່ງສາມາດເກັບຂໍ້ມູນໄດ້ຫຼາຍເທົ່າ ນັ້ນ.
  • RAM (Random Access Memory) ເປັນໜ່ວຍຄວາມຈຳຊົ່ວຄາວເພື່ອຮັບ-ສົ່ງ ແລະ ເປັນພື້ນທີ່ພັກຂໍ້ມູນລະຫວ່າງ ການໃຊ້ງານຖ້າມີ RAM ຫຼາຍການເຮັດວຽກຂອງເຄື່ອງກໍຈະໄວຂຶ້ນ.
  • ການຮອງຮັບໜ່ວຍຄວາມຈຳຖາວອນພາຍນອກ ຫຼື ບໍ່ MicroSD ຍົກເວັ້ນແຕ່ iPhone ຈະບໍ່ມີການເພີ່ມໜ່ວຍຄວາມຈໍາຖາວອນ MicroSD ໄດ້.

5. CPU (Central Processing Unit)

CPU ຄືໜ່ວຍປະມວນຜົນກາງເປັນຄືກັນກັບສະໝອງຂອງສະມາດໂຟນ ຊຶ່ງໃນປະຈຸບັນ CPU ກໍມີຫຼາຍປະເພດຄວນຈະເລືອກຊື້ ເຄື່ອງທີ່ມີ CPU ສູງ ແລະໃໝ່ໆ ລ່າສຸດຈິ່ງຈະເປັນການດີເຊັ່ນ :

  • CPU Quad-Core ແມ່ນ ໜ່ວຍປະມວນຜົນມີການເຮັດ ວຽກພຽງແຕ່ 4 ແກນສະໝອງ CPU Octa Core ແມ່ນໜ່ວຍ ປະມວນຜົນມີການເຮັດວຽກ ພຽງ ແຕ່ 8 ແກນສະໝອງ.
  • Huawei KIRIN CPU: Huawei Kirin 960 ຊຶ່ງເປັນຊິບ ທີ່ປະກອບດ້ວຍ CPU 8 core (quad Cortex-A73 + quad Cortex-A53) ມີປະສິດທິພາບ ສູງກ່ອນຮຸ່ນເກົ່າເຖິງ 15% ໃນ ຂະນະທີ່ປະສິດທິພາບຂອງພາບ ກຣາບຟິກສູງເພີ່ມຂຶ້ນ 180%.

6. Sim ຊິມໂທລະສັບ

ຕ້ອງໄດ້ເບິ່ງມືຖືກ່ອນວ່າຮອງຮັບຊິມກາດແບບໃດ 3G , 4G ໃສ່ຊິມກາດຊະນິດໃດ Micro Sim ຫຼື Nano Sim ເປັນຕົ້ນ.

  1. ກ້ອງມືຖື

ເບິ່ງຄວາມລະອຽດກ້ອງໜ້າ ແລະ ຫຼັງວ່າມີຈັກລ້ານພິກເຊວສ່ວນຫຼາຍຈະນິຍົມແມ່ນ 8 ລ້ານ ພິກເຊວ (8 MP) ຂຶ້ນໄປສຳລັບກ້ອງຫຼັງ ແລະ ສຳລັບກ້ອງໜ້າແມ່ນ 5 ລ້ານພິກເຊວ (5 MP) ຂຶ້ນໄປ.

ປະຈຸບັນ Huawei P9 ກ້ອງເລັນຄູ່ (Dual Camera) ມີຄວາມລະອຽດເຖິງ 12 ລ້ານພິກເຊວ, ມີເຊັນເຊີ ແລະ ຮູຮັບແສງກວ້າງ f2.2 ຊຶ່ງເປັນກ້ອງລະດັບມືອາຊີບໃຊ້ງານກ້ອງໂຕນີ້ຈະຖ່າຍພາບຄ້າຍຄືທຽບເທົ່າກັບກ້ອງ DSLR ແລະ ມັນອາດຈະເປັນກ້ອງມືຖືທີ່ດີທີ່ສຸດສຳລັບຜູ້ທີ່ມັກໃນການຖ່າຍຮູບ.

  1. ແບັດເຕີຣີ
  • ຕ້ອງເບິ່ງຄ່າ mAh ຂອງມັນ ແຫ່ງມີຫຼາຍເຊັ່ນຕົວຢ່າງ: 3000 mAh ແຫ່ງມີຄ່າຫຼາຍເທົ່າໃດແຫ່ງສາມາດໃຊ້ງານໄດ້ໝົດມື້ແຕ່ຈະຕ້ອງເສຍເວລາສາກໄຟດົນແນ່ສະນັ້ນຕ້ອງໄດ້ເບິ່ງວ່າມືຖືມີລະບົບເຕັກໂນໂລຊີ fast charging ຫຼື ບໍ່ເພາະລະບົບນີ້ມັນຈະຊ່ວຍຫຼຸດເວລາໃນການສາກມືຖືລົງໄດ້.
  1. ການອອກແບບ

ການອອກແບບກໍສຳຄັນ ເຊັ່ນກັນມັນມີຜົນກັບບຸກຄະລິກ ຂອງຜູ້ໃຊ້ງານ ແລະ ການໃຊ້ງານຂອງເຮົານຳດັ່ງນັ້ນຄວນເລືອກເຄື່ອງທີ່ມີການອອກແບບທີ່ເຂົ້າກັນກັບໂຕເຮົາ ແລະການນໍາໃຊ້ຂອງເຮົາເອງນຳໂດຍສະເພາະແລ້ວແມ່ນຂະໜາດຂອງໜ້າຈໍມືຖືຂະໜາດຈໍທີ່ດີຄວນຢູ່ລະຫວ່າງ 4 ຫາ 5 ນິ້ວຂຶ້ນໄປຊຶ່ງເປັນຂະໜາດກໍາລັງພໍດີເໝາະສໍາລັບຄົນທີ່ມັກໃຊ້ສະມາດໂຟນໃນການເບິ່ງລະຄອນຫຼິ້ນເກມໃຊ້ເຮັດວຽກເປັນຕົ້ນ ແລະ ເລື່ອງຂອງໂຄງຮ່າງຕົວເຄື່ອງກໍສຳຄັນເຊັ່ນກັນເຊັ່ນ: ໂຄງຮ່າງມືຖືແບບເຮັດມາຈາກອາລູມິ ນຽມຈະເປັນທີ່ນິຍົມສຸດຮອງລົງມາກໍຈະເປັນມືຖືທີ່ເຮັດມາຈາກພລາສຕິກ.

ຂຽນໂດຍ:   ພູມປັນຍາ (ເສດຖະກິດ-ສັງຄົມ)
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...