spot_img
Homeຂ່າວການສຶກສານັກສຶກສາລາວຜູ້ທຳອິດ ເຂົ້າຮ່ວມແຂ່ງຂັນ Microsoft Office ລະດັບໂລກ

ນັກສຶກສາລາວຜູ້ທຳອິດ ເຂົ້າຮ່ວມແຂ່ງຂັນ Microsoft Office ລະດັບໂລກ

Published on

ພວກ​ເຮົາ​ກຽມ​ ລໍຖ້າ​ຟັງ​ຂ່າວດີ​ຈາກ ​ທ້າວ ແສງ​ໄຊ ໄຊ​ຍະ​ຈັກ ທີ່​ເປັນ​ຕົວ​ແທນ​ ໃຫ້​ແກ່​ນັກ​ສຶກ​ສາລາວ​ ຜູ້​ທຳ​ອິດ

​ທີ່​ໄດ້​ເດີນທາງ​ໄປເຂົ້າ​ຮ່ວມ​ ການ​ແຂ່ງຂັນ​ທົດ​ສອບ ໄມ​ໂຄຣ​​ຊອຟ ອ໊ອຟ​ຟີ​​ຊ ລະດັບໂລກ ປະຈຳ​ປີ 2014 ທີ່​ສະຫະ

ລັດ​ອາ​ເມ​ຣິ​ກາ  ຈັດ​ຂຶ້ນ​ລະຫວ່າງ ວັນ​ທີ 27-30 ກໍລະກົດ 2014 ນີ້.

 

ທ່ານ ວັນ​ໄຊ ນໍລະ​ແສງ ຜູ້ອຳນວຍ​ການ​ສູນ​ປະກັນ​ຄຸນ​ນະພາບ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໄດ້​ກ່າວ​ວ່າ: ສູນ

​ປະກັນຄຸນ​ນະ​ພາບ​ກະຊວງ​ສຶກ​ສາ​ທິການ ແລະ ກີລາ ແລະ ບໍລິສັດ ໄອ​ໄອ​ຈີ ສຶກ​ສາ​ລາວ ຈຳກັດ ໄດ້ຮ່ວມ​ມື​ກັນ​ຈັດ

ການ​ແຂ່ງຂັນຄວາມ​ສາມາດ​ດ້ານ​ການ​ນຳ​ໃຊ້ໄມ​ໂຄຣ​​ຊອຟ ​ອ໊ອຟ​ຟີ​​ຊ ລະດັບໂລກ ປະຈຳ​ປີ 2014 ຄັ້ງ​ທຳ​ອິດ ໃນ

ສປປ ລາວ ເພື່ອ​ເປັນ​ການ​ທົດສອບ​ຄວາມ​ຮູ້​ຄວາມ​ສາມາດດ້ານ​ໄອ​ທີ Microsoft Office 2010 ເປັນຕົ້ນ​ແມ່ນ

Microsoft Office Word ແລະ Microsoft Office Excel ໂດຍ​ເປົ້າ​ໝາຍ​ຜູ້ເຂົ້າ​ຮ່ວມ​ທົດ​ສອບ​ ແມ່ນ​ນັກຮຽນຊັ້ນ​

ມັດທະຍົມ​ຕອນ​ຕົ້ນ ແລະ ນັກສຶກ​ສາ​ມະຫາວິທະຍາໄລ ທັງພາກ​ລັດ ແລະ ເອກະ​ຊົນ ຜູ້​ມີ​ອາຍຸ​ລະຫວ່າງ 13-22 ປີ

ໂດຍ​ໄດ້ທຳ​ການ​ແຂ່ງຂັນ​ກັນ 3 ຮອບ ເຊິ່ງ​ຮອບ​ທຳ​ອິດ​ໄດ້​ແບ່ງ​ອອກເປັນ 4 ຈຸດຄື: ແຂວງ​ຈຳປາ​ສັກ ສະຫວັນ​ນະ

​ເຂດ ຫຼວງ​ພະ​ບາງ ແລະ ນະຄອນຫຼວງ​ວຽງ​ຈັນ ສຳລັບ​ຂໍ້​ສອບເສັງ​ແມ່ນ​ມາ​ຈາກ​ສະຫະ​ລັດ​ອາ​ເມ​ຣິ​ກາ.

 

ຜ່ານ​ການ​ທົດ​ສອບ 3 ຄັ້ງ ຈຶ່ງສາມາດ​ຄັດ​ເລືອກ​ໄດ້ທ້າວ ແສງໄຊ ໄຊ​ຍະ​ຈັກ ນັກ​ສຶກ​ສາ​ມະຫາວິທະຍາໄລສະ​ຫວັນ​

ນະ​ເຂດ ສາຂາ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ (ໄອ​ທີ) ທີ່​ສາມາດ​ແຂ່ງຂັນ​ທົດສອບ​ໄດ້ 918 ຄະແນນ ສົ່ງ​ຜົນໃຫ້​ລາວ​

ກາຍເປັນ​ນັກ​ສຶກ​ສາ​ຄົນທຳ​ອິດ ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ນັກສຶກ​ສາ​ລາວ ​ເຂົ້າ​ຮ່ວມ​ແຂ່ງຂັນໄມ​ໂຄຣ​​ຊອຟ ​ອ໊ອຟ​ຟີ​​ຊ

ລະດັບໂລກ ​ທີ່​ສະຫະລັດ​ອາ​ເມ​ຣິ​ກາ.

 

ກ່ອນ​ຈະ​ອອກ​ເດີນທາງ​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຄັ້ງ​ນີ້ ທ້າວ ແສງ​ໄຊ ໄຊ​ຍະ​ຈັກ ແລະ ທ່ານ ວັນ​ໄຊ ນໍລະ​ແສງ ຜູ້ນຳ

​ທາງ ກໍ່​ໄດ້​ເຂົ້າ​ພົບ​ເພື່ອ​ໃຫ້​ຄຳ​ໂອວາດຕັກເຕືອນ​ຂອງ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດຖະ

ມົນຕີ​ວ່າການ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ເມື່ອ​ວັນ​ທີ 25 ກໍລະກົດ 2014 ຜ່ານ​ມາ ທີ່ກະຊວງ​ສຶກ​ສາ​ທິ​ການ ແລະ

ກີລາ ເຊິ່ງ​ການ​ເຂົ້າ​ພົບ​ຄັ້ງ​ນີ້ ທ່ານຮອງ​ນາຍົກລັດຖະມົນຕີ​ກໍ່​ໄດ້​ໃຫ້ຄຳ​ແນະນຳ ແລະ ອວຍພອນ​ໃຫ້ທ້າວ ແສງ​ໄຊ

ໄຊ​ຍະ​ຈັກ ຈົ່ງ​ໃຊ້ຄວາມ​ສາມາດ​ຂອງ​ຕົນ​ທີ່​ຮຽນມາ​ນັ້ນ​ ຍາດ​ເອົາ​ຜົນງານ​ຈາກການ​ແຂ່ງຂັນ​ລະດັບ​ໂລກ​ຄັ້ງ​ນີ້ ເພື່ອ​

ສ້າງ​ຊື່​ສຽງ ແລະ ກຽດ​ສັກສີ​ໃຫ້​ແກ່ ​ສປປ ລາວ ສູ່​ເວທີ​ສາກົນ.

 

ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12321

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...