spot_img
Homeຂ່າວຕ່າງປະເທດ​ພິທີ​ຊາ​ປະ​ນະ​ກິດ​ສົບ ​ທ່ານ ​ຟີ​ແດນ ກັສ​ໂຕຣ

​ພິທີ​ຊາ​ປະ​ນະ​ກິດ​ສົບ ​ທ່ານ ​ຟີ​ແດນ ກັສ​ໂຕຣ

Published on

ຕາມ​ຂ່າວສານ​ຊິ​ນຮວາເມື່ອວັນ​ທີ 4 ທັນວາທີ່ຜ່ານມາ ​ໄດ້​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ​ທ່ານ ຟີ​ແດນ ກັສ​ໂຕຣ ຜູ້ນຳ​ການ​ປະຕິວັດ​ຂອງ​ກູ​ບາ​ຢູ່​ສຸສານ​ຊັນ​ທາ​ອີ​ຟິ​ເກ​ເນຍ ​ເມືອງ​ ຊັນ​ຕີ​ໂກ ​ເຊິ່ງ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ກູ​ບາ, ຂະນະ​ທີ່​ໄລຍະ​ໄວ້ອາ​ໄລ​ລະດັບ​ຊາດ 9 ວັນ​ກໍ່ໄດ້​ສິ້ນສຸດ​ລົງ​ໃນ​ມື້​ດຽວ​ກັນ.

ພາຍຫຼັງລົດ​ໄດ້​ນຳໂລງ​ສົບ​ທ່ານ​ຟີ​ແດນ ກັສ​ໂຕຣ​ ເດີ​ນທາງ​ຮອດ​ສຸ​ສານ​ແລ້ວ, ຍາດຕິ​ພີ່​ນ້ອງ​ຂອງ​ ທ່ານ ​ຟີແດນ ກັສ​ໂຕຣ​ ໄດ້​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ​ສ່ວນ​ຕົວ ​​ໂດຍ​ບໍ່​ໄດ້​ເປີດ​ປະຕູ​ຕໍ່​ພາຍ​ນອກ.

​ເຖິງ​ວ່າ​ເວລາ​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ​ຈະເປັນຕອນເຊົ້າໆ ​ແຕ່​ຢູ່​ຕາມ​ທາງ ຍັງ​​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທີ່​ມາ​ສົ່ງ​ ທ່ານ ຟີແດນ ​ກັສ​ໂຕຣ ​ເຊິ່ງມີ​ປະຊາຊົນຈຳນວນບໍ່​ໜ້ອຍທີ່​ໄດ້​ເຂົ້າຮ່ວມ​ໂຮມ​ຊຸມນຸມ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ຄືນ​ມື້ກ່ອນ ​ແລ້ວ​ໄດ້​ນອນຢູ່​ສະໜາມຫຼວງ​ເຖິງ​ຕອນ​ເຊົ້າມື້​ລຸນ​ມາ ກໍ​ມາ​ສົ່ງ​ທ່ານ​ກັສ​ໂຕຣ​ເປັນຄັ້ງສຸດ​ທ້າຍ.

ທ່ານ ຟີ​ແດນ ກັສ​ໂຕຣ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ຢູ່​ນະຄອນຫຼວງລາ​ຮາ​ວານ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ພະຈິກ ​ລວມມີ​ອາຍຸ 90 ປີ.

 

ຂ່າວຈາກ: ABC Laos news ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...