Homeຂ່າວຕ່າງປະເທດທະຫານເກົາຫຼີໃຕ້ເຝິກໜັກ ເຄັ່ງຄຽດແຂວນຄໍຕາຍ 2 ຄົນ

ທະຫານເກົາຫຼີໃຕ້ເຝິກໜັກ ເຄັ່ງຄຽດແຂວນຄໍຕາຍ 2 ຄົນ

Published on

EyWwB5WU57MYnKOuFZmhPVxyY2u1zZV2W0sov98zVfqdg00MBhSvGx

 

ພົບສົບສອງທະຫານເກົາຫຼີໃຕ້ ໃນສະພາບແຂວນຄໍຕາຍ ທີ່ຄ້າຍທະຫານ 2 ແຫ່ງ ຕິດຊາຍແດນທາງເໜືອ

ຂອງປະເທດ ສື່ມວນຊົນເຊື່ອ ລົງມືຈົບຊີວິດຕົນເອງ ອາດເປັນເພາະການເຝິກທະຫານມີຄວາມກົດດັນສູງ

ຈົນເຮັດໃຫ້ເຄັ່ງຄຽດໜັກ.

 

ກອງທັບເກົາຫຼີໃຕ້ ຖະແຫຼງເມື່ອວັນທີ 29 ກໍລະກົດ 2014 ເຖິງສາເຫດການຕາຍຂອງທະຫານພັນທະ 2 ຄົນ

ນາມສະກຸນຊິນ ແລະ ປາກ ເຊິ່ງຂ່າວບໍ່ໄດ້ລະບຸບອກຊື່ຂອງເຂົາເຈົ້າ ຫຼັງຈາກທີ່ທັງຄູ່ຖືກພົບເປັນສົບໃນສະ

ພາບແຂວນຄໍໃນຄ້າຍທະຫານ 2 ແຫ່ງ ຕິດຊາຍແດນທາງພາກເໜືອຂອງເກົາຫຼີໃຕ້ ເມື່ອວັນທີ 27 ກໍລະກົດ

ໂດຍຄ້າຍໜຶ່ງເປັນຄ້າຍທະຫານເກົ່າ ທີ່ເຄີຍເກີດເຫດພົນທະຫານນາມສະກຸນ ລິມ ກໍ່ເຫດໄລ່ຍິງເພື່ອນທະ

ຫານຮ່ວມກອງທັບເສຍຊີວິດ ເມື່ອເດືອນມິຖຸນາຜ່ານມາ ເຊິ່ງຄາດວ່າທະຫານທັງ 2 ຄົນຂ້າຕົນເອງຕາຍ

ເພາະຄວາມເຄັ່ງຄຽດ ອີກທັງຍັງມີປະຫວັດເຂົ້າຮັບການບຳບັດອາການທາງຈິດມາກ່ອນ ເຮັດໃຫ້ກອງທັບ

ເກົາຫຼີໃຕ້ ສັ່ງສອບສວນເພີ່ມຕື່ມວ່າ ເຫດສະຫຼົດທັງ 2 ກໍລະນີ ມີຄວາມກ່ຽວພັນກັນ ຫຼື ບໍ່.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...