Homeອຸບັດເຫດແລະປາກົດການຫຍໍ້ທໍ້ຜູ້ກໍ່ເຫດສະແດງໜັງໂປ້ອອກມາຍອມຮັບ ແລະ ຂໍໂທດຜ່ານເຟສບຸກ

ຜູ້ກໍ່ເຫດສະແດງໜັງໂປ້ອອກມາຍອມຮັບ ແລະ ຂໍໂທດຜ່ານເຟສບຸກ

Published on

ພາຍຫລັງມີຂ່າວເຜີຍແຜ່ອອກທາງສື່ສັງຄົມອອນໄລນ໌ຢ່າງກວ້າງຂວາງພາຍໃນເວລາ 1-2 ມື້ທີ່ຜ່ານມາກ່ຽວກັບກໍລະນີມີຍິງສາວຄົນໜຶ່ງນຸ່ງສີ້ນ ແລະ ໃສ່ເສື້ອນັກຮຽນ ແລ້ວເຮັດການຖ່າຍທຳໜັງໂປ້ຢູ່ລາວ ແລະ ເຜີຍທີ່ເວັບໄຊ໌ http://www.philippinesporn.com/pretty-schoolgirls-nam-in-h…/ ເຊິ່ງໄດ້ເກີດເປັນກະແສຮືຮາຂຶ້ນເມື່ອຄົນລາວທີ່ເຫັນວິດີໂອດັ່ງກ່າວເກີດຄວາມບໍ່ພໍໃຈຕໍ່ການກະທຳຂອງນາງຢ່າງຍິ່ງ ແລະ ໄດ້ມີການສະແດງຄວາມຄິດເຫັນໄປໃນທາງລົບ ແລະ ພາກັນເກີດຄວາມສົງໃສວ່າຍິງທີ່ຢູ່ໃນວິດີໂອນັ້ນແມ່ນຄົນລາວ ຫຼື ຄົນຕ່າງຊາດແອບອ້າງກັນແທ້ ເພາະເລື່ອງແບບນີ້ມັນໄດ້ສ້າງຄວາມເສື່ອມເສຍຕໍ່ຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດລາວທີ່ສຸດ ແລະ ທັງຂັດຕໍ່ລະບຽບກົດໝາຍຂອງບ້ານເມືອງ

ຂ່າວດັ່ງກ່າວໄດ້ເຜີຍແຜ່ສູ່ສັງຄົມອອນໄລນ໌ໃນວົງກວ້າງພຽງບໍ່ເທົ່າໃດຊົ່ວໂມງ ກໍ່ມີບັນດານັກຂ່າວຄີບອດພາກັນຄົ້ນຫາເຟສບຸກແມ່ຍິງທີ່ຢູ່ໃນວິດີໂອດັ່ງກ່າວຈົນຮູ້ຕົວວ່າແມ່ນໃຜໃນເວລາບໍ່ດົນ ຫຼັງຈາກມີຂ່າວອອກມາ ແລະ ຫລ້າສຸດ ເມື່ອວານນີ້ຕອນບ່າຍເວລາ 12:27 ນາທີ ແມ່ຍິງໃນຄລິບວິດີໂອດັ່ງກ່າວໄດ້ໂພສຕ໌ຂໍ້ຄວາມສັ້ນໆຜ່ານ ເຟສບຸກ ແລະ ມື້ນີ້ (5/12/2016) ເມື່ອຕອນເຊົ້າເວລາ ເວລາ 6:23 ນາທີ ນາງກໍ່ໄດ້ອັດຄລິບ ວີດີໂອ ຂໍໂທດພີ່ນ້ອງຊາວລາວທຸກຖ້ວນໜ້າຜ່ານທາງ facebook ທີ່ມີຊື່ວ່າ: “เลิก เล่น”

ເອົາເປັນວ່າທຸກຄົງກະຈ່າງແຈ້ງແລ້ວວ່າ ຍິງສາວທີ່ຢູ່ໃນວິດີໂອນັ້ນນັ້ນບໍ່ແມ່ນຄົນລາວ ແຕ່ເປັນຍິງສາວຈາກປະເທດເພື່ອນບ້ານ ແລະ ເລື່ອງນີ້ຂໍໃຫ້ເປັນບົດຮຽນສອນໃຈ ສິ່ງໃດບໍ່ຖືກບໍ່ຄວນກໍ່ບໍ່ຄວນເຮັດ ກ່ອນຈະເຮັດຫຍັງລົງໄປຄວນຕັ້ງສະຕິໃຫ້ຫຼາຍ ຄິດໃຫ້ດີກ່ອນເຮັດ ຢ່າໃຫ້ອຳນາດຂອງເງິນ, ວັດຖຸສິ່ງຂອງ ຫຼື ສິ່ງໃດກໍ່ຕາມມາບັງຕາ ເຮັດເລື່ອງທີ່ຜິດສິນທຳ ຈົນເຮັດໃຫ້ຕົນເອງເດືອດຮ້ອນ ແລະ ເຮັດໃຫ້ຕົນເອງ ແລະ ຄອບຄົວວົງສາຂະນາຍາດເສື່ອມເສຍກຽດຊື່ສຽງ ໄປຍ້ອນການກະທຳທີ່ບໍ່ຄິດໜ້າຄິດຫຼັງກ່ອນ.

1779

 

 

 

 

 

 

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...