Homeສຸຂະພາບ ແລະ ສີ່ງແວດລ້ອມ10 ສັນຍານອັນຕະລາຍພະຍາດ “ຕັບແຂງ”

10 ສັນຍານອັນຕະລາຍພະຍາດ “ຕັບແຂງ”

Published on

ຕັບເປັນອະໄວຍະວະທີ່ຊ່ວຍທຳລາຍສານພິດ ຫຼືສິ່ງເສດເຫຼືອອອກຈາກເລືອດ, ສ້າງພູມຄຸ້ມກັນ ເພື່ອຕໍ່ຕ້ານເຊື້ອພະຍາດ, ສ້າງສານຊ່ວຍໃຫ້ເລືອດແຂງໂຕ ແລະສ້າງນໍ້າບີ ເພື່ອຍ່ອຍອາຫານ ແລະດູດຊຶມວິຕາມິນທີ່ລະລາຍໃນນໍ້າມັນ, ຕັບມີໜ້າທີ່ຫຼາຍຢ່າງແບບນີ້ ຫາກຕັບເຮັດວຽກຜິດປົກກະຕິ ຮ່າງກາຍກໍຈະອ່ອນເພຍ ແລະເປັນພະຍາດໄດ້ງ່າຍ,  ຫາກເປັນພະຍາດຕັບແຂງ ຈະມີສັນຍານເຕືອນດັ່ງນີ້

  1. ອ່ອນເພຍ, ເມື່ອຍງ່າຍ
  2. ເບື່ອອາຫານ ບໍ່ຢາກຫຍັງ
  3. ປວດຮາກຕະຫຼອດ ຢ່າງບໍ່ມີເຫດຜົນ
  4. ນໍ້າໜັກຫຼຸດລົງ ທັງທີ່ບໍ່ໄດ້ຫຼຸດນໍ້າໜັກ
  5. ຕີນບວມ, ທ້ອງບວມ
  6. ເລືອດອອກໄດ້ງ່າຍ, ເພາະຕັບບໍ່ສາມາດເຮັດໃຫ້ຕັບແຂງໂຕໄດ້
  7. ເກີດອາການຄ້າຍຄືກັບເປັນພະຍາດໜິ້ວໃນຖົງນໍ້າບີ
  8. ຕົນໂຕເຫຼືອງ, ຕາເຫຼືອງ ເພາະຕັບບໍ່ສາມາດຂັບນໍ້າບີອອກມາໄດ້
  9. ຮາກເປັນເລືອດ ເພາະຄວາມດັນໃນຕັບສູງ, ເຮັດໃຫ້ຫຼອດເລືອດດຳໃນຫຼອດອາຫານ ມີຄວາມດັນສູງ ແລະຫາກສູງຫຼາຍຈົນເລືອດດຳແຕກ ກໍອາດເຮັດໃຫ້ຮາກເປັນເລືອດໄດ້ງ
  10. ເປັນພະຍາດລິດສີດວງທະວານ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...