Homeຂ່າວຕ່າງປະເທດມະຫາເສດຖີ ອີຫຼ່ານ ຖືກປະຫານຊີວິດໃນຂໍ້ຫາຄະດີ "ສໍ້ໂກງ"

ມະຫາເສດຖີ ອີຫຼ່ານ ຖືກປະຫານຊີວິດໃນຂໍ້ຫາຄະດີ “ສໍ້ໂກງ”

Published on

ສຳນັກຂ່າວເອພີລາຍງານຈາກນະຄອນເຕຫະຣານ ປະເທດອີ່ຫຼ່ານ ເມື່ອວັນທີ 3 ທັນວາ ວ່າ ທ່ານ ບາບັດ ຊານຈານີ ໄວອາຍຸ 42 ປີ ນັກທຸລະກິດທີ່ຮັ່ງມີລະດັບຕົ້ນໆຂອງປະເທດ ຖືກສານລົງໂທດຕັດສິນປະຫານຊີວິດ ຈາກຄວາມຜິດຫຼາຍຂໍ້ຫາບໍ່ວ່າຈະເປັນ ຄວາມຜິດຖານສໍ້ໂກງ, ການຟອກເງິນ ແລະ ສ້າງຄວາມປັ່ນປວນໃຫ້ແກ່ເສດຖະກິດຂອງປະເທດອີ່ຫຼ່ານ.

ທ່ານ ບາບັດ ຊານຈານີ ເປັນກຳມະການຜູ້ຈັດການກຸ່ມບໍລິສັດທຸລະກິດ ໂຊຣິເນັດ ກຣຸບ ທີ່ມີຖານະຢູ່ໃນສະຫະລັດອາຣັບເອມິເຣດ (ຢູເອອີ) ເປັນໜຶ່ງໃນເຄືອຂ່າຍທຸລະກິດທີ່ໃຫຍ່ທີ່ສຸດຂອງອີ່ຫຼ່ານ ນອກຈາກນັ້ນລາວຍັງເປັນເຈົ້າຂອງສາຍການບິນເກເຊມ ແອຣໄລນ໌ ແລະ ທີມບານເຕະ ບອລຣາ ອາຮານ ເອຟຊີ. ເຊິ່ງປັດຈຸບັນລາວມີຊັບສິນທີ່ຄອບຄອງມູນຄ່າ 14 ພັນລ້ານໂດລາ

 

ຂ່າວຈາກ: http://www.dailynews.co.th/foreign/540492
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...