spot_img
Homeຂ່າວການພັດທະນາທ່ານ ໄຊສົມພອນ ພົມວິຫານ ອວຍພອນວັນບຸນປະເພນີປີໃໝ່ 2017 ຂອງບັນດາຊົນເຜົ່າ

ທ່ານ ໄຊສົມພອນ ພົມວິຫານ ອວຍພອນວັນບຸນປະເພນີປີໃໝ່ 2017 ຂອງບັນດາຊົນເຜົ່າ

Published on

ເນື່ອງໃນໂອກາດງານບຸນປີໃໝ່ ຂອງປະຊາຊົນລາວບັນດາເຜົ່າ ໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງພີ່ນ້ອງບັນດາຊົນເຜົ່າເຄີຍປະຕິບັດກັນມາເປັນເວລາດົນນານ ແລະ ກໍເປັນໄລຍະເວລາທີ່ພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າທົ່ວປະເທດ ພວມເບີກບານມ່ວນຊື່ນນຳຜົນສຳເລັດຂອງການສ້າງສາ ແລະ ພັດທະນາຄອບຄົວໃນ 1 ປີຜ່ານມາ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກຢ່າງເປັນຂະບວນຟົດຟື້ນ ທັງແມ່ນໂອກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວເຮົາພວມສະເຫລີມສະຫລອງວັນສະຖາປະນາ ສປປ.ລາວ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 96 ປີ ແລະ ວັນສຳຄັນຕ່າງໆຂອງຊາດລາວເຮົາ.

ໃນວັນທີ 01 ທັນວາ 2016ຜ່ານມາ ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານແນວລາວສ້າງຊາດ ຕາງໜ້າພັກ-ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ສະແດງຄວາມປິຕິຍິນດີ ແລະ ຝາກຄຳຢື້ຢາມຖາມຂ່າວອັນສະໜິດສະໜົມ ແລະ ອົບອຸ່ນມາຍັງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າໃນທົ່ວປະເທດ ພີ່ນ້ອງຄົນລາວທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ.

ປະເທດລາວປະກອບດ້ວຍຫລາຍຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນແຕ່ເໜືອຮອດໃຕ້ ມີມູນເຊື້ອສາມັກຄີປອງດອງ ຊ່ອຍເຫລືອເຊິ່ງກັນ ແລະ ກັນ ມີພື້ນຖານດ້ານເສດຖະກິດ-ສັງຄົມຮ່ວມກັນ ມີວັດທະນະທຳລາວເປັນວັດທະນະທຳຮວມຂອງບັນດາຊົນເຜົ່າ ມີພາສາລາວເປັນພາສາກາງ ແລະ ມີໂຕໜັງສືລາວເປັນໂຕໜັງສືທາງການ ຄຽງຄູ່ກັບການຮັກສາເອກະລັກຂອງບັນດາຊົນເຜົ່າ ເປັນຕົ້ນແມ່ນພາສາປາກເວົ້າ ວິຖີການດຳລົງຊີວິດ ແລະ ຂະໜົບທຳນຽມ ຮີດຄອງປະເພນີອັນດີງາມ ຄວາມເຊື່ອຖື ແລະ ອື່ນໆ ເຊິ່ງເຄີຍມີມານັບເປັນເວລາເຫິງນານ.

ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍຖືສຳຄັນ ແລະ ໃຫ້ຄວາມເຄົາລົບນັບຖືພີ່ນ້ອງບັນດາຊົນເຜົ່າທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ປະຊາຊົນເຮົາເຕີບໃຫ່ຍຂະຫຍາຍໂຕ ການພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດໃໝ່ໃຫ່ຍຫລວງ ແລະ ຕໍ່ເນື່ອງ ລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າສູງຂຶ້ນ ຄອບຄົວທຸກຍາກນັບມື້ນັບຫລຸດໜ້ອຍຖອຍລົງ ແລະ ເຮັດໃຫ້ຄວາມຫລຸດໂຕນກັນໃນດ້ານຕ່າງໆຂອງປະຊາຊົນລາວບັນດາຊົນເຜົ່າໄດ້ຫຍັບມໍ່ເຂົ້າຫາກັນເທື່ອລະກ້າວ ໃນນາມຕາງໜ້າໃຫ້ແນວລາວສ້າງຊາດທຸກຂັ້ນ ຈິ່ງຮຽກຮ້ອງມາຍັງປະຊາຊົນລາວບັນດາຊົນເຜົ່າຈົ່ງເຊີດຊູນ້ຳໃຈຮັກຊາດ ຮັກລະບອບປະຊາທິປະໄຕປະຊາຊົນ ເສີມຂະຫຽາຍສິດເປັນເຈົ້າຂອງປະເທດຊາດ ເພີ່ມທະວີຄວາມເປັນເຈົ້າຕົນເອງ ລຶບລ້າງແນວຄິດຄັບແຄບ ຕີໂຕຕ່ຳ ຫລື ຕີໂຕສູງ ໝິ່ນປະໝາດຊົນເຜົ່າອື່ນ ຕ້ານທຸກແນວຄິດ ແລະ ການກະທຳທີ່ເປັນການແບ່ງແຍກຄວາມສາມັກຄີ ແລະ ຄວາມສະເໝີພາບລະຫວ່າງຊົນເຜົ່າ ພ້ອມກັນຍົກສູງສະຕິລະວັງໂຕ ຕອບຕ້ານກົນອຸບາຍທີ່ຫວັງມ້າງເພທຳລາຍປະເທດເຮົາ. ຂອງພວກອິດທິກຳລັງປໍລະປັກ ແລະ ພວກຄົນທີ່ບໍ່ຫວັງດີ ຈົ່ງເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ ເພີ່ມທະວີຄວາມສາມັກຄີປອງດອງໃຫ້ແໜ້ນແຟ້ນກວ່າເກົ່າ ອອກແຮງບຸກທະລຸໃນການແກ້ໄຂສິ່ງຫຍໍ້ທໍ້ທີ່ກົດໜ່ວງຕໍ່ການພັດທະນາ ປະຕິບັດ 2 ໜ້າທີ່ຍຸດທະສາດໃຫ້ສຳເລັດຜົນ ໂດຍສະເພາະແມ່ນສຸມໃສ່ຈັດຕັ້ງປະຕິບັດຂະບວນການ 3 ສ້າງຄື ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ປະຕິບັດນະໂຍບາຍເຕົ້າໂຮມບ້ານນ້ອຍໃຫ້ກາຍເປັນບ້ານໃຫ່ຍ ສ້າງບ້ານໃຫ່ຍໃຫ້ກາຍເປັນໂຕເມືອງນ້ອຍຢູ່ຊົນນະບົດ ໂດຍຕິດພັນກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຄວາມຟົດຟື້ນກວ້າງຂວາງ ໄດ້ຮັບຜົນດີ ມີຊີວິດຊີວາ ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາຊົນເຜົ່າ ພັດທະນາເສດຖະກິດ-ສັງຄົມຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ໃນສະເພາະໜ້າກໍຈົ່ງຕັ້ງໜ້າສ້າງແຕ່ລະຄອບຄົວໃຫ້ເປັນຄອບຄົວທີ່ມີຄວາມສາມັກຄີ ເປັນຄອບຄົວພັດທະນາ ແລະ ສ້າງບ້ານໃຫ້ເປັນບ້ານທີ່ເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນເຂັ້ມແຂງ ເຊິ່ງກໍມີຫລາຍບ້ານໄດ້ເຮັດສຳເລັດແຜນການກາຍເປັນບ້ານທີ່ໄດ້ຮັບການປະກາດ ຫລື ພວມສູ້ຊົນປະຕິບັດແຜນການສ້າງບ້ານວັດທະນະທຳ ບ້ານແບບຢ່າງດ້ານສາທາລະນະສຸກ ບ້ານປອດຄະດີ ບ້ານປອດຢາເສບຕິດ ບ້ານປ້ອມໝັ້ນສູ້ຮົບທີ່ມີຄວາມເຂັ້ມແຂງ ແລະ ບ້ານພັດທະນາ ເປັນບາດລ້ຽວປະຫວັດສາດທີ່ມີຄວາມໝາຍສໍາຄັນທີ່ສຸດ ແລະ ຕັດສິນຕໍ່ກັບການສ້າງສາພັດທະນາພາປະເທດຊາດໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ຄອບຄົວໃຫ້ພົ້ນຈາກຄວາມທຸກຍາກ.
ເນື່ອງໃນໂອກາດອັນເປັນລືກງາມຍາມດີ ແລະ ມີຄວາມໝາຍສຳຄັນຕາມປະເພນີຂອງປະຊາຊົນລາວບັນດາຊົນເຜົ່າພວກເຮົາໃນປີນີ້ ຕາງໜ້າໃຫ້ແກ່ອົງການຈັດຕັ້ງພັກ-ລັດ ສູນກາງແນວລາວສ້າງຊາດ ແລະ ໃນນາມສ່ວນໂຕ ຂໍອວຍພອນໄຊອັນປະເສີດໃຫ້ພີ່ນ້ອງປະຊາຊົນລາວບັນດາເຜົ່າ ວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນ ຄອບຄົວພະນັກງານ ສະມາຊິກພັກ ທະຫານ ຕຳຫລວດ ຜູ້ຊົງຄຸນວຸດທິຂອງບັນດາຊົນເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ມີອາຍຸໝັ້ນຍືນຍາວເປັນຫລັກແຫລ່ງແຫ່ງການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາຊົນເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ມີຄວາມກ້າວໜ້າຈະເລີນຮຸ່ງເຮືອງສີລິໄລ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວເຮົາ.

ຂໍອວຍພອນໃຫ້ບຸນປີໃໝ່ທີ່ເປັນປະເພນີຂອງບັນດາຊົນເຜົ່າ ຈົ່ງເປັນບຸນແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກສົມຫວັງ ສຳລັບທຸກໆຄົນທີ່ເປັນເດັກນ້ອຍ ຊາຍໜຸ່ມ-ຍິງໜຸ່ມ ຕະຫລອດຮອດເຖົ້າແກ່ອາວຸໂສ ຂໍໃຫ້ເປັນບຸນແຫ່ງຄວາມຄິດເຖິງ ຄວາມໃສ່ໃຈຕໍ່ອະນາຄົດ ຄວາມວັດທະນະຖາວອນ ແລະ ຄວາມຮັກໄຄ່ໄມຕີຂອງປະຊາຊົນລາວບັນດາຊົນເຜົ່າໃນທົ່ວປະເທດ ເປັນບຸນປະເພນີແຫ່ງປີທີ່ມີການສ້າງທ່ວງທ່າໃໝ່-ປັດໄຈໃໝ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຕ່າງໆໃຫ້ດີຂຶ້ນເປັນກ້າວໆ ພ້ອມກັນຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຄວາມດ້ອຍພັດທະນາ ໂດຍສະເພາະແມ່ນປະຊາຊົນລາວບັນດາຊົນເຜົ່າທີ່ຢູ່ເຂດພູດອຍ ທຸລະກັນດານ ຫ່າງໄກສອກຫລີກ ໃຫ້ກ້າວຂຶ້ນສ້າງແບບແຜນດຳລົງຊີວິດໃໝ່ທີ່ສົດໃສ ປົກປັກຮັກສາ ແລະ ສ້າງຂະບວນການຕ່າງໆ ຄໍານັບຮັບຕ້ອນວັນບຸນສຳຄັນຂອງຊາດດ້ວຍຄວາມຫ້າວຫັນ ທັງມີຄວາມເບີກບານມ່ວນຊື່ນຢ່າງແທ້ຈິງ ແລະ ອວຍພອນໃຫ້ພີ່ນ້ອງເຊື້ອຊາດລາວບັນດາຊົນເຜົ່າທີ່ດຳລົງຊີວິດ ແລະ ປະກອບອາຊີບທໍາມາຫາກິນຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມສຸກກາຍສະບາຍໃຈ ແລະ ຈົ່ງນຶກສະເໝີວ່າ ປະຊາຊົນລາວບັນດາຊົນເຜົ່າ ພັກ-ລັດ ແລະ ປະເທດຊາດ ຍາມໃດກໍມີຄວາມຍິນດີຕ້ອນຮັບທຸກທ່ານທີ່ມີຄວາມຈິງໃຈ ມີຄວາມບໍລິສຸດໃຈຢາກຫັນໜ້າມາປະກອບສ່ວນຕາມຄວາມສາມາດຂອງຕົນ ເພື່ອພ້ອມກັນສ້າງສາພັດທະນາມາຕຸພູມອັນແສນຮັກ ຫວງແຫນໃຫ້ຈະເລີນກ້າວໜ້າ ແລະ ຄົງຢູ່ຊົ່ວກາລະນານ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...