Homeຂ່າວພາຍ​ໃນສະຖານທູ​ດລາວ ປະຈຳ​ ສປ ຈີນ ສະ​ເຫລີ​ມສະຫລອງວັນ​ຊາດຄົບຮອບ 41 ປິ

ສະຖານທູ​ດລາວ ປະຈຳ​ ສປ ຈີນ ສະ​ເຫລີ​ມສະຫລອງວັນ​ຊາດຄົບຮອບ 41 ປິ

Published on

ເມື່ອວັນ​ທີ 3 ທັນ​ວາ 2016 ທີ່ຜ່ານມາ​​ສະຖານທູ​ດລາວ ປະຈຳນະຄອນຫລວງ​ປັກ​ກິ່ງ ສປ ຈີນ ​ໄດ້​ຈັດ​ພິທີ ສະ​ເຫລີ​ມສະຫລອງ ວັນ​ຊາດລາວ ຄົບຮອບ 41 ປິ ຢ່າງ​ຄຶກຄື້ນມວ່ນຊື່ນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ວັນ​ດີ ບຸດ​ທະສະ​ວົງ ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ ສປ ຈີນ,ມີພະນັ​​ກງານ, ອາຈານ ​ແລະ ນັກ​ສຶກສາເຂົ້າຮວ່ມ 250 ກວ່າຄົນ.

ໃນພິທີນີ້,ມີການສະແດງສິລະປະ-ວັດທະນະທຳ,ອ່ານກາບກອນ,ຂັບລຳ,ຮອ້ງເພງໄດ້ສ້າງ ຄວາມເບີກ ບານມວ່ນ ຊື່ນແລະ ມີ ຄວາມໝາຍຄວາມສຳຄັນທີ່ສຸດ.

267

ໃນໂອກາດນີ້,ທ່ານ ນາງ ວັນ​ດີ ບຸດ​ທະສະ​ວົງ  ໄດ້​​ເລົ່າ ປະຫວັດຄວາມເປັນມາ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່​ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈໍານົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ນອກ​ຈາ​ກນີ້, ທ່ານ ນາງ ວັນ​ດີ ກໍ່ໄດ້ ໂອ້ລົມຕັກເຕືອນນັກ​ສຶກ  ແລະ ນັກຮຽນຮູ້ປັນຍາຊົນທຸກຄົນ ​ໃຫ້ມີ​ຄວາມ​ສາ​ມັກ​ຄີຊ​ວ່ຍ​ເຫລືອກັນ, ​ຕ້ອງບຸກບືນຫ້າວຫັນ ສຳ​ເລັດໃນໜ້າທີ່ຂອງຕົນ,ເພື່​​ອພອ້ມກັນນຳ​ເອົາ​ຄວາມຮູ້ຄວາມ​ສາ​ມາ​ດ​ໄປ​ພັດທະນາປະ​ເທ​ດຊາ​ດ​​ໃຫ້ຈະ​ເລີ​ນກ້າວໜ້າຂື້ນ​ໄປ​ເລື້ອຍໆ.

 

ຂ່າວຈາກ: http://laos.cri.cn/681/2016/12/04/222s209311.htm
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...