spot_img
Homeຂ່າວການພັດທະນາ10 ມາດຕາ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປີ 2017

10 ມາດຕາ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປີ 2017

Published on

 ໃນທ່າມກາງເສດຖະກິດ ຂອງປະເທດກໍາລັງຢູ່ໃນສະພາວະຫຍຸ້ງຍາກສັບສົນການເງິນທີ່ມີບັນຫາແກ່ຍາວມາຫຼາຍປີ, ດັ່ງນັ້ນເພື່ອເປັນການແກ້ໄຂບັນຫາທັງໄລຍະສັ້ນ ແລະຍາວລັດຖະບານຈຶ່ງໄດ້ມີການປັບປຸງກົງຈັກ,

ກົນໄກການບໍລິຫານງານລັດໃຫ້ຮັດກຸມໂປ່ງໃສວ່ອງໄວ ແລະເນັ້ນໃສ່ປະສິດທິ ພາບປະສິດທິຜົນຂອງການບໍລິຫານ ໂດຍສະເພາະການຈັດຕັ້ງປະຕິແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017 ໃຫ້ປະສົບຜົນປະສົບຜົນສໍາເລັດ, ລັດຈຶ່ງໄດ້ສະເໜີ 10 ມາດຕະການຕົ້ນຕໍທີ່ຈະໄດ້ຕັ້ງປະຕິບັດມີດັ່ງລຸ່ມນີ້.

ວັນທຳອິດແມ່ນລັດຈະຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມສະຖຽນລະພາບ ແລະໝັ້ນທ່ຽງໂດຍຊຸກຍູ້ໃຫ້ບັນດາຂະແໜງການ ທີ່ຮັບຜິດຊອບໃນແຕ່ລະຂົງເຂດວຽກງານປະສານ  ແລະປະສານສົມທົບກັນຢ່າງໃກ້ຊິດເພື່ອປັບປຸງສ້າງນະໂຍບາຍ ແລະນິຕິກໍາໃຫ້ ສອດຄ່ອງກົມກຽວ ແລະຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7%.

  1. ສຶບຕໍ່ປັບປຸງການຄຸ້ມຄອງ ລະບົບການເງິນ-ງົບປະມານຢ່າງ ແຂວງແຮງແນໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກງົບປະມານໂດຍ ປະຕິຮູບກົນໄກເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝໂປ່ງໃສເສີມສ້າງຖານລາຍຮັບໃຫ້ໝັ້ນຄົງກວ້າງຂວາງຫຼາຍຂຶ້ນ, ພ້ອມທັງ ຕິດຕາມກວດກາ ແລະປັບປຸງກົນໄກການປະຕິບັດແຜນງົບປະມານ ແລະແຜນລາຍຈ່າຍໃຫ້ມີປະສິດທິຜົນປະຕິບັດມາດຕະການຕ້ານ ການຟຸມເຟືອຍທີ່ລັດຖະບານຈະອອກຄໍາສັ່ງໃໝ່ເພື່ອຈັດຕັ້ງປະຕິບັດບັນດາດຳລັດນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍສະບັບເລກທີ 78ລບ ລົງວັນທີ 10 ມີນາ 2015 ໃຫ້ປາກົດຜົນເປັນຈິງ.
  2. ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບໂດຍສືບຕໍ່ປະຕິບັດ ນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ສືບຕໍ່ຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກ ແລະເງິນກູ້ທະນາຄານທຸລະກິດໃຫ້ເໝາະສົມ ແລະເອື້ອອໍານວຍໃຫ້ແກ່ການຊຸກຍູ້ສົ່ງເສີມການຜະລິດ ແລະການເຄື່ອນໄຫວທຸລະກິດ.
  3. ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດເພື່ອສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດໂດຍເອົາໃຈໃສ່ແກ້ໄຂຂັ້ນຕອນ ແລະຂອດຕ່າງໆທີ່ບໍ່ສະດວກທີ່ເປັນການກົດໜ່ວງສ້າງຄວາມຫຍຸ້ງຍາກທັງເປັນການເພີ່ມຕົ້ນທຶນໃຫ້ແກ່ການດໍາເນີນທຸລະກິດ.
  4. ຊຸກຍູ້ສົ່ງເສີມການຜະລິດ ແລະການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະຫຼຸດຜ່ອນການນໍາເຂົ້າພ້ອມ ທັງມີຈຸດສຸມໃນການຊຸກຍູ້ຊ່ວຍເຫຼືອການຜະລິດເພື່ອສົ່ງອອກ.
  5. ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທໍາສັງຄົມ ແລະແກ້ໄຂຄວາມທຸກຍາກ ໂດຍເອົາໃຈໃສ່ວຽກງານຍຸກສູງຄຸນນະພາບການສືກສາ ແລະສາທາລະນະສຸກໃຫ້ທົ່ວເຖິງທັງຢູ່ສູນກາງ ແລະເຂດຊົນນະບົດຮ່າງໄກສອກຫຼີກ.
  6. ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ເປັນຄາດໝາຍເປັນແຜນງານ ແລະເປັນໂຄງ ການລະອຽດຂອງ ແຕ່ລະຂະແໜງການເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
  7. ການບໍລິຫານລັດການເຄື່ອນໄຫວຂອງຜູ້ປະກອບການຕ້ອງເອົາເຂົ້າລະບຽບກົດໝາຍຢ່າງເຄັ່ງຂັດຕ້ານປາກົດການຫຍໍ້ທໍ້ພະຍາດ ອາດຍາສິດຕ້ານການສໍ້ລາດບັງຫຼວງໃຫ້ເປັນຮູບປະທໍາ.
  8. ສະເໜີສະພາແຫ່ງຊາດ ແລະສະພາທ້ອງຖິ່ນສະໜັບສະໝູນຊ່ວຍເຫຼືອທາງດ້ານການຕິດຕາມກວດກາການປັບປຸງນິຕິກໍາຕ່າງໆທີ່ເຫັນວ່າບໍ່ສອດຄ່ອງນັ້ນ ໃຫ້ວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການ.
  9. ສ້າງສະພາບແວດລ້ອມ ໃຫ້ແກ່ການພັດທະນາແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມໄປພ້ອມກັບການສ້າງສະພາບແວດລ້ອມທີ່ດີ ແລະສະເໝີຕົ້ນສະເໝີປາຍກັບເພື່ອນມິດສາກົນປະຕິບັດນະໂຍບາຍເພີ່ມມິດຫຼຸດຜ່ອນສັດຕູປະຕິບັດນະໂຍບາຍການທູດປ້ອງກັນເຫດບຸກທະລຸເພື່ອພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ຂ່າວຈາກ: http://www.sedthakid.la/

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...