spot_img
Homeຂ່າວຕ່າງປະເທດຈີນ ປະກາດຄວບຄຸມການໃຊ້ນ້ຳ

ຈີນ ປະກາດຄວບຄຸມການໃຊ້ນ້ຳ

Published on

ສປ ຈີນກຽມ​ຄວບ​ຄຸມ​ການ​ໃຊ້​ນ້ຳ​ບໍ່​ໃຫ້​ເກີນ​ປີ​ລະ 670 ຕື້​ແມັດ​ກ້ອນ​ໄປ​ຈົນ​ເຖິງ​ປີ 2020 ​ເພື່ອ​ບັນ​ເທົາ​ບັນຫາ​ຂາດ​ແຄນ​ນ້ຳ​ແກ່ຍາວ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​ແຫ່ງ​ຊາດ​ຈີນ(​ເອັນ​ດີ​ອາຊີ)ປະກາດ​ກຽມ​ຄວບ​ຄຸມ​ນ້ຳ​ບໍ່​ໃຫ້​ເກີນ​ປີ​ລະ 670 ຕື້​ແມັດ​ກ້ອນ​ໄປ​ຈົ​ນ​ເຖິງ​ປີ 2020 ​ແລະ ຈະ​ຄວບ​ຄຸມ​ບໍ່​ໃຫ້​ເກີນ​ປີ​ລະ 700 ຕື້​ແມັດ​ກ້ອນ​ໄປ​ຈົນ​ເຖິງ​ປີ 2030 ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການບັນ​ເທົາ​ບັນຫາ​ຂາດ​ແຄນ​ນ້ຳ​ແກ່ຍາວດ້ວຍ​ການ​ຫຼຸດ​ນ້ຳ​ເປື້ອນ ​ແລະ ​ໃຊ້​ຢ່າງ​ມີ​ປະສິດທິພາບ​ຫຼັງ​ຈາກ​ປີ​ກ່ອນ​ການ​ໃຊ້​ນ້ຳ​ຢູ່​ທີ່ 635 ​ຕື້ແມັດ​ກ້ອນ​ເພີ່ມ​ຈາກ 554,8ຕື້​ແມັດ​ກ້ອນ​ໃນ​ປີ 2014 ປະລິມານ​ນ້ຳ​ສຳຮອງ​ບໍ່​ພຽງພໍ​ຂອງ​ຈີນ​ຕ້ອງ​ພົບ​ກັບ​ແຮງ​ກົດ​ດັນ​ຫຼາຍຂຶ້ນ​ຈາກ​ຄວາມ​ຕ້ອງການ​ໃນ​ຂະ​ແໜງ​ກະສິກຳ, ພະລັງງານ ​ແລະ ການ​ຜະລິດ​ທີ່​ເພີ່ມ​ສູງ​ຂຶ້ນປະກອບ​ກັບ​ການ​ເພີ່ມ​ຈຳນວນ​ຂອງ​ປະຊາກອນ ​ແລະ ບັນຫາ​ມົນ​ລະ​ພິດ,

ນອກຈາກ​ນີ້​ເອັນ​ດີ​ອາຊີຍັງ​ໃຫ້​ຄຳໝັ້ນ​ສັນຍາ​ວ່າຈະ​ເຮັດ​ໃຫ້​ປະລິມານ​ນ້ຳ​ເທິງ​ດິນ 75% ​ເໝາະ​ສົມ​ກັບ​ການ​ບໍລິ​ໂພ​ກພາຍ​ໃນ​ປີ 2030 ​ເພີ່ມ​ຈາກ 66% ​ໃນ​ປີ​ກ່ອນ ​ແລະ ອັດຕາ​ການ​ສະກັດ​ນ້ຳ​ບາ​ດານ​ມາ​ໃຊ້​ຢູ່​ໃນ​ລະດັບ​ຍືນ​ຍົງ.ຊຶ່ງ​ກະຊວງ​ຄຸ້ມ​ຄອງ​ສິ່ງ​​ແວດ​ລ້ອມ​ລະບຸ​ວ່າເຖິງ​ແມ່ນ​ວ່າ​ກະຊວງ​ຈະ​ປາບ​ປາມ​ການ​ກໍ່​ມົນ​ລະ​ພິດ​ແຕ່​ຄຸນ​ນະພາ​ບ​ໃນ​ແມ່​ນ້ຳ, ທະ​ເລ​ສາບ ​ແລະ ອ່າງ​ເກັບ​ນ້ຳ​ໃນ​ຫຼາຍ​ພື້ນ​ທີ່​ເສື່ອ​ມຖອຍ​ລົງ​ຫຼາຍ.

ຂ່າວຈາກ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...