Home​ຂ່າວທ່ອງທ່ຽວຖ້ຳກ່າງ ເມືອງງອຍ ແຂວງ ຫລວງພະບາງ

ຖ້ຳກ່າງ ເມືອງງອຍ ແຂວງ ຫລວງພະບາງ

Published on

ທ່ອງທ່ຽວ ກັບ ລາວໂພສຕ໌ມື້ນີ້ ແອັດມິນຈະມານຳສະເໜີຖ້ຳກ່າງ ເມືອງງອຍ ແຂວງ ຫລວງພະບາງ ເຊິ່ງຖ້າໃຜຕ້ອງການເດີນທາງມາທ່ຽວຊົມທຳມະຊາດອັນສວຍງາມທີ່ຖ້ຳແຫ່ງນີ້ກໍ່ພຽງຂີ່ລົດອອກມາຈາກຕົວເມືອງຫລວງພະບາງມາແມ່ນໃຊ້ເວລາປະມານ 3 ຊົ່ວໂມງ ເມື່ອຮອດຫນອງຂຽວແມ່ນໃຊ້ເວລາຂີ່ເຮືອຂື້ນມາອີກປະມານ 2 ຊົ່ວໂມງ

ນ້ຳພາຍໃນຖ້ຳ ມີຄວາມໃສຄືແວ່ນແກ້ວສາມາດແນມເຫັນພື້ນນ້ຳ ອາກາດພາຍໃນຖ້ຳກໍ່ເຢັນສະບາຍດີຕະຫຼອດປີ ຕາມການບອກເລົ່າຂອງປະຊາຊົນໃນທ້ອງຖິ່ນໄດ້ບອກວ່າ ຖ້ຳແຫ່ງນີ້ມີອາຍຸປະມານ 2,000 ປີ ແລ້ວ ແລະ ມີຕຳນານກ່ຽວກັບ ທ້າວ 7 ໄຫ ນອກຈາກນີ້ຍັງມີຜາໜ່ວຍໜຶ່ງທີ່ມີລັກສະນະຄ້າຍແມ່ຍິງນອນ ເຊິ່ງຊາວບ້ານເຂດນີ້ເອີ້ນກັນວ່າ “ຜານາງນອນ” ນັ້ນເອງ.

ຫາກໃຜໄດ້ໄປທ່ຽວທີ່ຫຼວງພະບາງ ກໍ່ຢ່າພາດມາຕາມຮອຍຕຳນານທາງວັນນະຄະດີ ທີ່ຖ້ຳແຫ່ງນີ້ ແລ້ວທ່ານຈະໄດ້ຫຼາຍກວ່າຄຳວ່າຄວາມສຸກກັບເມືອແນ່ນອນ

ຂໍ້ມູນ ແລະ ພາບຈາກ: Nampherng Bolavong

548-9 394 9032 2855 28999 2896

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...