Homeຂ່າວພາຍ​ໃນຕຳຫຼວດໜອງຄາຍຈັບ ຄົນລາວຂົນເງິນໂດລາປອມ

ຕຳຫຼວດໜອງຄາຍຈັບ ຄົນລາວຂົນເງິນໂດລາປອມ

Published on

EyWwB5WU57MYnKOuFZmiCkU50MNKWAnnpX7fQsV4mm2WYv2OprtJad

ຕອນບ່າຍ 2 ໂມງ ຂອງມື້ນີ້, ວັນທີ 29 ກໍລະກົດ 2014 ຕຳຫຼວດກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ຈັບກຸມຜູ້ຊາຍ 2 ຄົນ ທີ່ເປັນຄົນລາວ ພ້ອມຂອງກາງເງິນໂດລາປອມ ໃບລະ 100 ໂດລາ ຈຳນວນ 99 ໃບ.

ຈາກການສອບສວນ ທັງສອງຮັບສາລະພາບວ່າມີ ທ້າວ ປ໊ຽກ (ບໍ່ຮູ້ຈຶ່ງແລະນາມສະກຸນແທ້) ເປັນປະຊາຊົນໄທທີ່ອາໄສຢູ່ວຽງຈັນ ເປັນຜູ້ວ່າຈ້າງໃຫ້ມາສົ່ງເງິນປອມຈຳນວນດັ່ງກ່າວ ໂດຍໄດ້ຄ່າຈ້າງຈຳນວນ 100,000 ບາດ.

ຜູ້ຕ້ອງຫາທັງສອງຄົນໄດ້ແກ່ ທ້າວ ວີລະສັກ ແກ້ວວິເສດ ອາຍຸ 28 ປີ ປະຊາຊົນບ້ານໂພນເຄັງ ແລະທ້າວ ສີທອງ ອິນທະວົງ ອາຍຸ 32 ປີ ປະຊາຊົນບ້ານນາຄວາຍ ທັງສອງຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຂ່າວແລະຮູບ: www.thairath.co.th

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...