spot_img
Homeຂ່າວຕ່າງປະເທດເຮືອບິນຕຳຫຼວດອິນໂດເນເຊຍຕົກກາງທະເລໃກ້ສິງກະໂປ

ເຮືອບິນຕຳຫຼວດອິນໂດເນເຊຍຕົກກາງທະເລໃກ້ສິງກະໂປ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 3 ທັນວາ 2016 ວ່າ. ເຮືອບິນໂດຍສານ ແລະ ບັນທຸສິນຄ້າແບບ 2 ເຄື່ອງຍົນ ເອັມ 28 ສະກາຍທຣັດ ຂອງສຳນັກງານຕຳຫຼວດແຫ່ງຊາດອິນໂດເນເຊຍ ບັນທຸກຕຳຫຼວດ 16 ນາຍ ຂາດການຕິດຕໍ່ກັບຫໍຄວບຄຸມການບິນ ຂະນະທີ່ກຳລັງບິນຢູ່ໜ້ານ້ຳທະເລາໃກ້ເກາະບາຕັມ ແຂວງ ເຄປາລວນ ຣິເຍົາ ທາງພາກໃຕ້ຂອງສິງກະໂປ

ທ່ານ ມາຣຊູດີ ໂຄສົກສຳນັກງານຄົ້ນຫາ ແລະ ກູ້ໄພແຫ່ງຊາດ (ບຊາຣນາສ) ເຜີຍວ່າ ໜ່ວຍກູ້ໄພໄດ້ພົບຈຸດເຮືອບິນຕົກ ເມື່ອເວລາປະມານ 12.20 ນາທີ ໃນທະເລນອກຊາຍຝັ່ງເກາະບາຕັມ ແລະ ພົບສິ່ງຂອງຈາກເຮືອບິນລຳດັ່ງກ່າວ ລວມເຖິງກະເປົາເດີນທາງ,​ເບາະນັ່ງ, ເອກະສານ ແລະ ສິ່ງຂອງສ່ວນຕົວຫຼາຍຢ່າງຂອງຜູ້ໂດຍສານ ລອຍຢູ່ເທິງໜ້ານ້ຳທະເລ ແຕ່ຕອນນີ້ຍັງບໍ່ທັນພົບຮ່ອງຮອຍຂອງຜູ້ທີ່ຢູ່ໃນເຮືອບິນ

ສ່ວນ ທ່ານ ບັມບັງ ໂຊລິສຕິໂຍ ຜູ້ອຳນວຍການບາຊາຣນາສ ກ່າວວ່າ ໜ່ວຍກູ້ໄພຂອງບາຊາຣນາສ ແລະ ເຈົ້າໜ້າທີ່ກອງທັບເຮືອ ກຳລັງຄົ້ນຫາໃນພື້ນທີ່ 200 ແມັດ ກາງທະເລ ແຕ່ຕອນນີ້ຍັງບໍ່ສາມາດສັນນິຖານ ຫຼື ສະຫຼຸບໄດ້ວ່າ ຈະບໍ່ມີຜູ້ຫຼອດຊີວິດ ຫຼື ບໍ່?

 

ຂ່າວຈາກ: http://www.dailynews.co.th/foreign/540523
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...