spot_img
Homeຂ່າວຕ່າງປະເທດລຸຟຮັນຊາເສຍລາຍໄດ້ມື້ລະ 15 ລ້ານເອີໂຣຍ້ອນປະທ້ວງ

ລຸຟຮັນຊາເສຍລາຍໄດ້ມື້ລະ 15 ລ້ານເອີໂຣຍ້ອນປະທ້ວງ

Published on

 ລຸ​ຟຮັນ​ຊາ ສາຍ​ການ​ບິນ​ແຫ່ງ​ຊາດ​ເຢຍລະ​ມັນຍົກ​ເລີກ​ຖ້ຽວບິນ 890 ຖ້ຽວ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ປະ​ທ້ວງ​ຄັ້ງ​ໃໝ່​ຂອງ​ນັກ​ບິນທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ບໍລິສັດ​ສູງ​ສຸດ​ມື້​ລະ 15 ລ້ານ​ເອີ​ໂຣ.

ອີງຕາມ​ສໍານັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ໂຄສົກ​ຂອງ​ລຸ​ຟຮັນ​ຊາຖະ​ແຫຼ​ງ​ເລື່ອງ​ການ​ຍົກ​ເລີກ​ຖ້ຽວ​ບິນ 890 ຖ້ຽວ​ບິນ​ຕະຫຼອດ​ໝົດ​ມື້ສ່ວນ​ໃຫຍ່​ເປັນ​ຖ້ຽວ​ບິນ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ ​ເນື່ອງ​ຈາກ​ສະຫະພາບ​ແຮງ​ງານ​ນັກ​ບິນ(ວີ​ຊີ)​ເລີ່​ມປະ​ທ້ວງ​ຊຶ່ງ​ຖື​ເປັນ​ຄັ້ງ​ທີ 15 ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ປີ 2014 ຫຼັງ​ເຈລະຈາ​ຄັ້ງ​ຫຼ້າ​ສຸດ​ເລື່ອງ​ການ​ປັ​ບເພີ່ມ​ຂຶ້ນ​ຄ່າ​ຕອບ​ແທນ ​ແລະ ສະຫວັດດີ​ການ​ອື່ນ​ທີ່​ມີ​ຂຶ້ນ​ໃນ​ອາທິ​ກ່ອນບໍ່​ໄດ້​ຂໍ້​ສະຫຼຸບຊຶ່ງ​ການ​ປະ​ທ້ວງ​ໃນ​ຄັ້ງ​ນີ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ບໍລິສັດ​ປະມານ​ມື້​ລະ 10-15 ລ້ານ​ເອີ​ໂຣ.

   ຢ່າງ​ໃດ​ກໍ​ຕາມ ຜູ້​ບໍລິຫານ​ຂອງ​ລຸ​ຟຮັນ​ຊາ​ກຳລັງ​ພິຈາລະນາ​ຂໍ້​ສະ​ເໜີ​ຫຼ້າ​ສຸດ​ຂອງ​ວີ​ຊີ​ວ່າອາດ​ກັບ​ມາ​ເຈລະຈາ​ອີກ​ເທື່ອ​ໜຶ່ງ ຫາກ​ເປັນ​ການ​ຫາລື​ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ການ​ປັບ​ເພີ່ມ​ຄ່າ​ຕອບ​ແທນ 5% ​ໂດຍ​ກ່ອນ​ໜ້າ​ນີ້​ຜູ້​ບໍລິຫານ​ສະ​ເໜີ​ປັບ​ເພີ່ມ​ຄ່າ​ຕອບ​ແທນ​ໄດ້​ສູງ​ສຸດ 2,4% ​ໃນ​ປີ​ນີ້ ​ແລະ 4,4% ​ໃນ​ປີໜ້າອີກ​ທັງ​ຄ່າ​ຕອບ​ແທນ​ປະຈຸ​ບັນ​ຢູ່​ທີ່​ເດືອນ​ລະ 22 ພັນ​ເອີ​ໂຣກ່ອນ​ຫັກ​ຄ່າ​ພາສີຂະນະ​ທີ່​ຂໍ້​ຮຽກຮ້ອງ​ຕະຫຼອດ​ໄລຍະ​ເວລາ​ທີ່​ຜ່ານ​ມາ​ຂອງ​ວີ​ຊາ​ຄື​ການ​ປັບ​ຄ່າ​ຕອບ​ແທນ​ສຳລັບ​ນັກ​ບິນ​ທັງ 5.400 ຄົນ ​ເພີ່ມ​ຂຶ້ນ​ອີກ 3,7% ​ໃຫ້​ມີ​ຜົນ​ຢ້ອນ​ຫຼັງ 5 ປີ ຄວບ​ຄຸມ​ຈົນ​ເຖິງ​ປີ 2017.

ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...