Homeຂ່າວຕ່າງປະເທດລາຄານ້ຳມັນເພີ່ມ 10% ຫຼັງໂອເປັກຫຼຸດການຜະລິດ

ລາຄານ້ຳມັນເພີ່ມ 10% ຫຼັງໂອເປັກຫຼຸດການຜະລິດ

Published on

 ກອງ​ປະຊຸມ​ໂອ​ເປັກ​ມີ​ມະຕິ​ຫຼຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ດິບ​ລົງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 8 ປີ ນັບ​ຕັ້ງ​ແຕ່​ເດືອນ​ມັນ​ກອນ​ປີ 2017 ສົ່ງ​ຜົນ​ເຮັດ​ໃຫ້​ນ້ຳມັນ​ດິບ​ເພີ່ມ​ຂຶ້ນ 10%.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກອງ​ປະຊຸມ​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ(​ໂອ​ເປັກ)ມີ​ມະຕິ​ໃນ​ກອງ​ປະຊຸມ​ໃນ​ວັນ​ທີ 30 ພະຈິກ​ທີ່​ຜ່ານ​ມາ​ປັບ​ຫຼຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ລົງ​ 1,2 ລ້ານ​ບາ​ເຣລຕໍ່​ມື້ເລີ່​ມຕັ້ງ​ແຕ່​ເດືອນ​ມັງກອນ​ປີໜ້າ​ເປັນ​ຕົ້ນ​ໄປຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ປະລິມານ​ການ​ຜະລິດ​ນ້ຳມັນ​ຂອງ​ໂອ​ເປັກ​ເຫຼືອ​ປະມານ 10,06 ລ້ານ​ບາ​ເຣລຕໍ່​ມື້ຖື​ເປັນ​ການ​ປັບ​ຫຼຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​ແຕ່​ເດືອນ​ທັນ​ວາປີ 2008, ທັງ​ນີ້ຊາ​ອຸ​ດິດອາຣັບບີ​ຊຶ່ງ​ເປັນ​ປະ​ເທດ​ຜູ້​ຜະລິດ​ນ້ຳມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກຈະ​ປັບ​ຫຼຸດ​ກຳລັງ​ການ​ຜະລິດ​ລົງ​ມື້​ລະ 5 ​ແສນ​ບາ​ເຣລຄິດ​ເປັນ 5,4% ຂອງ​ລະດັບ​ປົກກະຕິ​ໃນ​ປະຈຸ​ບັນຂະນະ​ທີ່​ກຸ່ມ​ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ໂອ​ເປັກ​ເຊັ່ນ:ຣັດ​ເຊຍ​ກຽມ​ປັບ​ຫຼຸດ​ກຳລັງ​ການ​ຜະລິດ​ລົງ 6 ​ແສນ​ບາ​ເຣລຕໍ່​ມື້.

   ລາຄາ​ນ້ຳມັນ​ດິບ​ໃນ​ຕະຫຼາດ​ໂລກ​ປັບ​ຕົວ​​ເພີ່ມ​ຂຶ້ນທັນທີ​ຫຼັງ​ມະຕິ​ຂອງ​ໂອ​ເປັກ​ໂດຍ​ລາຄາ​ນ້ຳມັນ​ດິບ​ເບຣນທະ​ເລ​ເໜືອ​ລອນ​ດອນ​ເພີ່ມ​ຂຶ້ນ 10% ປິດ​ຢູ່​ທີ່ 51,94 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣລ ​ແລະ ລາຄາ​ນ້ຳມັນ​ດິບ​ເວສ​ເທ​ກຊັສອິນ​ເຕີ​ມີ​ດຽດ(ດັບ​ເບິ​ລຢູທີ​​ໄອ) ຂອງ​ອາ​ເມ​ລິ​ກາ​ປິດ​ຕະຫຼາດ​ຢູ່​ທີ່ 49,53 ​ໂດ​ລາ​ຕໍ່​ບາ​ເຣລ​ເພີ່ມ​ຂຶ້ນ 9%.

ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...