Homeຂ່າວຕ່າງປະເທດນັກບິນຖືກຍົກໃຫ້ເປັນ ຮີໂຣ່ ຫລັງຕັດສິນໃຈປ່ອຍນໍ້າມັນຖິ້ມກ່ອນເຮືອບິນຕົກ

ນັກບິນຖືກຍົກໃຫ້ເປັນ ຮີໂຣ່ ຫລັງຕັດສິນໃຈປ່ອຍນໍ້າມັນຖິ້ມກ່ອນເຮືອບິນຕົກ

Published on

ການຕັດສິນໃຈປ່ອຍນໍ້າມັນຖິ້ມກ່ອນຍົນຕົກ ໃນໂກລົມບີ ບໍ່ເຮັດໃຫ້ເກີດລະເບີດ ພາຍຫລັງເຮືອບິນຕົກກະແທກພື້ນ

ວັນທີ 29 ພະຈິກ 2016 ເວັບໄຊເດລີເມວຂອງອັງກິດເປີດເຜີຍລາຍງານຈາກກໍລະນີເຫດເຮືອບິນທີມນັກເຕະບານບຣາຊິລ ຕົກທີ່ປະເທດໂກລົມບີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 75 ຄົນ ແລະລອດຊີວິດອີກ 6 ຄົນ ໂດຍລະບຸວ່າ ທ່ານມີເກວ ກີໂຣກາ ຫລື ມິກກີ້ ນັກບິນຈາກເຮືອບິນ CP-2933 ໄດ້ຮັບການຍົກຍ່ອງໃຫ້ເປັນຮີໂຣ່ ຈາກການຕັດສິນໃຈຖິ້ມນໍ້າມັນອອກຈາກເຮືອບິນ ໃນຊ່ວງເວລາພຽງບໍ່ນານກ່ອນເຮືອບິນຕົກ

ໂດຍຕາມລາຍງານລະບຸວ່າການຕັດສິນໃຈອັນເດັດດ່ຽວວ່ອງໄວຂອງເຂົາ ເກີດຂື້ນພາຍຫລັງເຄື່ອງປະສົບເຫດລະບົບໄຟຟ້າຂັດຂ້ອງ ໂດຍເຂົາຍອມປ່ອຍນໍ້າມັນຖິ້ມໄປເພື່ອບໍ່ໃຫ້ເກີດການລະເບີດຫລັງຈາກຍົນຕົກກະທົບພື້ນ ເຊິ່ງເຊື່ອວ່າການຕັດສິນໃຈຂອງເຂົາມີສ່ວນສຳຄັນຢ່າງຍິ່ງທີ່ຊ່ວຍ ໃຫ້ຍັງມີຜູ້ລອດຊີວິດ 6 ຄົນ ເຖິງແມ່ນວ່າຕອນນັ້ນຈະເປັນຊ່ວງເວລາສຸດທ້າຍຂອງຊີວິດເຂົາກໍ່ຕາມ

2017

20122

ທີ່ມາ: ສຳນັກຂ່າວເອບີຊີ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...