Homeສຸຂະພາບ ແລະ ສີ່ງແວດລ້ອມໝາກໄມ້ 5 ຊະນິດ ກິນຊ່ວຍລ້າງສານພິດ ຟອກລ້າງຕັບ-ລໍາໄສ້ ແລະໝາກໄຂ່ຫຼັງ

ໝາກໄມ້ 5 ຊະນິດ ກິນຊ່ວຍລ້າງສານພິດ ຟອກລ້າງຕັບ-ລໍາໄສ້ ແລະໝາກໄຂ່ຫຼັງ

Published on

ຄວາມຮູ້ສຶກ ເມື່ອຍງ່າຍ, ໝົດແຮງ ແລະອ່ອນເພຍ ທີ່ເກີດຈາກພາວະຄວາມຄຽດ ຫຼືສານພິດຈາກສິ່ງແວດລ້ອມ ລ້ວນເປັນສາເຫດເຮັດໃຫ້ຮ່າງກາຍອ່ອນແອ ແລະເຈັບປ່ວຍໄດ້ງ່າຍ ອາການເຫຼົ່ານີ້້ອງກັນ ແລະບັນເທົາໄດ້ງ່າຍໆ ສຸດຍອດໝາກໄມ້ລ້າງສານພິດເຊັ່ນ:

  1. ໝາກອາງຸ່ນ: ເປັນສານຟອກລ້າງສໍາຫຼັບຜິວໜັງ, ຕັບ, ລໍາໄສ້ ແລະໝາກໄຂ່ຫຼັງ ໂດຍສະເພາະເນື່ອງຈາກໝາກອາງຸ່ນມີຄຸນສົມບັດຮັກສານໍ້າມູກທີ່ຈະອອກມາຈາກເຍື່ອເມືອກຕ່າງໆໃນຮ່າງກາຍ ໝາກອາງຸ່ນຍັງໃຫ້ພະລັງງານສູງ ແລະນໍາໄປໃຊ້ໄດ້ງ່າຍ ອີກທັ້ງຍັງອຸດົມໄປດ້ວຍເກືອແຮ່ ດັ່ງນັ້ນຈຶ່ງຊ່ວຍບໍາລຸງເລືອດ ແລະຊ່ອມສ້າງເຊວໃນຮ່າງກາຍ.
  2. ໝາກນັດ: ມີເອນໄຊໂປຣເມລິນສູງ ເອນໄຊຕົວນີ້ຈະຊ່ວຍການທໍາງານຂອງກົດໄຮໂດຣຄອນຣິກໃນກະເພາະ ແລະຊ່ວຍໃຫ້ຂອງເສຍທີ່ເປັນໂປຣຕີນແຕກຕົວໄດ້ໄວຂຶ້ນ ແລະໝາກນັດຍັງຊ່ວຍປິ່ນປົວການອັກເສບໃນທາງເດີນອາຫານ ຊ່ວຍໃນການຊ່ອມແຊມສ່ວນຕ່າງໆ, ຊ່ວຍການທໍາງານຂອງຕ່ອມໄຮ້ທໍ່ ແລະຊ່ວຍກໍາຈັດນໍ້າມູກພ້ອມ.
  3. ແອັບເປິ່ນ: ຊ່ວຍຈັດຂອງເສຍອອກຈາກຮ່າງກາຍ ສານໃນໝາກແອັບເປິ່ນຈະຊ່ວຍນໍາສານພິດໄປກໍາຈັດຖີ້ ຍັງປ້ອງກັນບໍ່ໃຫ້ໂປຣຕີນໃນລໍາໄສ້ເກີດການບູດເນົ່າ ແລະຍັງມີເສັ້ນໃຍຫຼາຍ ຊຶ່ງຈະເຮັດໜ້າທີ່ເປັນຟອຍກວາດທໍາຄວາມສະອາດລໍາໄສ້ຊ່ວຍໃຫ້ຕັບ ແລະລະບົບຍ່ອຍທໍາງານໄດ້ດີຍິ່ງຂຶ້ນ ກະຕຸ້ນນໍ້າຍ່ອຍ ນອກຈາກນີ້ຍັງມີວິຕາມິນ ແລະເກືດແຮ່ ແລະເໝາະກັບຜູ້ທີ່ກໍາລັງຫຼຸດນໍ້າໜັກ.
  4. ໝາກຫຸ່ງ+ໝາກມ່ວງ+ໝາກແຕງໂມ ມີລັກສະນະຄ້າຍຄືກັນ ແຕ່ໝາກມ່ວງມີສານສໍາຄັນໜ້ອຍກວ່າໝາກຮຸ່ງເລັກນ້ອຍ ໝາກໄມ້ທັງສອງຊະນິດນີ້ມີເອນໄຊຊື່ປາເປນ ຊຶ່ງມີລັກສະນະຄ້າຍຄືນໍ້າຍ່ອຍເປບຊິນໃນກະເພາະອາຫານ ຈະຊ່ວຍເຮັດໃຫ້ຂອງເສຍທີ່ເປັນໂປຣຕີນແຕກຕົວໄດ້ໄວ ເຊັ່ນດຽວກັບໂປຣເມລິນ ທັ້ງໝາກຮຸ່ງ ແລະໝາກມ່ວງດີສໍາຫຼັບການທໍາຄວາມສະອາດລໍາໄສ້ ແລະຊ່ວຍຍ່ອຍອາຫານ ແລະໝາກຮຸ່ງຍັງຊ່ວຍຫຼຸດອາການຊຶມເສົ້າໄດ້.
  5. ໝາກແຕງໂມ: ມີລິດຂັບປັດສະວະ ດັງນັ້ນຈຶ່ງຊ່ວຍຟອກລ້າງຮ່າງກາຍໄດ້ເປັນຢ່າງດີ ໃຊ້ປິ່ນປົວບາດແຜໃນກະເພາະ ຫຼຸດຄວາມດັນໃນເລືອດສູງ, ເຮັດໃຫ້ສະບາຍທ້ອງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...