spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບັນຫາຢາເສບຕິດຢູ່ນະຄອນຫລວງວຽງຈັນມີຄວາມສ່ຽງເພີ່ມຂຶ້ນ

ບັນຫາຢາເສບຕິດຢູ່ນະຄອນຫລວງວຽງຈັນມີຄວາມສ່ຽງເພີ່ມຂຶ້ນ

Published on

ທ່ານ ພົນຈັດຕະວາ ຈັນສະແຫວງ ພີນຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານ ນະຄອນຫລວງວຽງຈັນ ໃຫ້ຮູ້ຢູ່ໃນກອງປະຊຸມສະຫລຸບວຽກງານຂອງຕົນເມື່ອບໍ່ດົນນີ້ວ່າ: ພຽງ 6 ເດືອນຕົ້ນປີນີ້, ເຈົ້າໜ້າທີ່ ປກສ ສາມາດແກ້ໄຂເປົ້າໝາຍຢາເສບຕິດຢູ່ນະຄອນຫລວງວຽງຈັນໄດ້ທັງໝົດ 2.224 ຄົນ, ໃນນີ້ເປົ້າໝາຍປະເພດ I ມີ 250 ຄົນ ແລະ ປະເພດ II ມີ 42 ຄົນ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າຢາເສບຕິດໄດ້ແຜ່ຫລາຍໃນສັງຄົມ ແລະ ໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບສຸກ ແລະ ຄວາມປອດໄພຂອງສັງຄົມ, ກົດໜ່ວງທວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນຳເອົາຄວາມຫາຍະນະມາສູ່ບຸກຄົນ, ຄອບຄົວ, ສັງຄົມ ພາໃຫ້ເກີດບັນຫາອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ອື່ນໆ. ສະນັ້ນ ໃນຕໍ່ໜ້ານີ້ຈະໄດ້ສຸມໃສ່ຊີ້ນຳຄະນະບັນຊາທຸກຂັ້ນເພີ່ມທະວີຄວາມເອົາໃຈໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄື:

(1). ຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ພະນັກງານ, ນັກຮົບລົງກໍ່ສ້າງຮາກຖານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ

(2). ສຶກສາອົບຮົມປູກຈິດສຳນຶກໃຫ້ປະຊາຊົນທຸກເພດໄວໃຫ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ຮູ້ວິທີປ້ອງກັນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຢາເສບຕິດ

(3). ດຳເນີນວຽກງານເກັບກຳສະຖິຕິຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ, ປ່ອຍຕົວ, ດັດສ້າງໃຫ້ລະອຽດ ເພື່ອຕິດຕາມ, ສຶກສາອົບຮົມ ແລະ ແກ້ໄຂຢ່າງທັນການ

(4). ປຸກລະດົມທຸກພາກສ່ວນເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືເປັນພັນທະໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມ ໂດຍສະເພາະເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາດັ່ງກ່າວເປັນວຽກຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ. ພ້ອມນີ້ ຜູ້ທີ່ຕົກເປັນທາດຢາເສບຕິດບໍ່ຮ້າຍແຮງແມ່ນຕ້ອງສຶກສາອົບຮົມ ແລະ ໃຫ້ອຳນາດການປົກຄອງຕິດຕາມເປັນໄລຍະ, ສ່ວນຜູ້ຕິດຮ້າຍແຮງຕ້ອງໃຊ້ມາດຕະການບັງຄັບສົ່ງໄປບຳບັດປິ່ນປົວ ເພື່ອໃຫ້ກາຍເປັນພົນລະເມືອງດີ. ຄຽງຄ່ກັນນັ້ນ ກໍນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ໃຫ້ໝົດໄປຢ່າງຂາດຕົວ.

ຂ່າວຈາກ: ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...