Homeອະນິເມະນັກທ່ອງທ່ຽວແຫ່ພາກັນຕາມຮອຍອະນິເມະເລື່ອງ "Your Name" ຫຼື "ຫຼັບຕາຝັນ ເຖິງຊື່ເຈົ້າ" ທີ່ເມືອງອິຕາໂມຣິ ເຮັດໃຫ້ມີລາຍຮັບເຖິງ 18.5 ພັນລ້ານເຢນ!!

ນັກທ່ອງທ່ຽວແຫ່ພາກັນຕາມຮອຍອະນິເມະເລື່ອງ “Your Name” ຫຼື “ຫຼັບຕາຝັນ ເຖິງຊື່ເຈົ້າ” ທີ່ເມືອງອິຕາໂມຣິ ເຮັດໃຫ້ມີລາຍຮັບເຖິງ 18.5 ພັນລ້ານເຢນ!!

Published on

​ເວົ້າໄດ້ວ່າກະແສຄວາມດັງທີ່ຖະຫຼົ່ມຖະລາຍທັງໃນຍີ່ປຸ່ນ ແລະຕ່າງປະເທດຂອງຮູບເງົາອະນິເມຊັ່ນເລື່ອງ “Your Name” ຫຼື “Kimi no nawa” ຫຼືໃນຊື່ພາສາລາວວ່າ: “ຫຼັບຕາຝັນ ເຖິງຊື່ເຈົ້າ”  ນັ້ນຄົງຈະບໍ່ໄດ້ດັງແຕ່ໃນຈໍອີກແລ້ວ ເພາະມີນັກທ່ອງທ່ຽວຈຳນວນຫຼາຍແຫ່ກັນໄປຕາມສະຖານທີ່ຕ່າງໆທີ່ປະກົດຢູ່ໃນອະນິເມະເລື່ອງດັ່ງກ່າວ ໜຶ່ງໃນນັ້ນກໍຄື: ເມືອງອິຕາໂມຣິ ເຂດຮິດະ ແຂວງກິຟຸ. ໂດຍອະນິເມຊັ່ນເລື່ອງນີ້ໄດ້ນຳເອົາສະຖານທີ່ຕ່າງໆໃນເມືອງນີ້ໄປໃຊ້ປະກອບເປັນສາກ ເຮັດໃຫ້ໃຜທີ່ໄດ້ເບິ່ງແລ້ວຄົງຈະຕິດເອິກຕິດໃຈກັບຄວາມສວຍງາມຂອງສະຖານທີ່ ຈຶ່ງພ້ອມກັນຟ້າວອອກໄປຕາມຮອຍທ່ອງທ່ຽວເມືອງນີ້ກັນເຕັມໄປໝົດ, ໂດຍຫຼ້າສຸດນີ້ເອງກໍມີຂ່າວອອກມາແລ້ວວ່າ ເມືອງອິຕາໂມຣິ ຈາກແຂວງກິຟຸນີ້ມີເງິນໝຸນວຽນເຖິງ 18.5 ພັນລ້ານເຢນກັນເລີຍ. 

    ນອກຈາກນີ້ ກໍຍັງມີບໍລິສັດທ່ອງທ່ຽວຈັດທົວຕາມຮອຍສະຖານທີ່ຕ່າງໆໃນອະນິເມະອີກນຳ ແລະກໍຍັງມີອີກ 1 ສິນຄ້າທີ່ຂາຍດິບຂາຍດີເວົ້າໄດ້ວ່າໝົດແບບໄວສຸດໆກັນເລີຍນັ້ນກໍຄື: “Kuchikamizake” ຫຼື ເຫຼົ້າສາເກ ທີ່ປະກົດອອກມາໃນອະນິເມະເລື່ອງນີ້ເຊິ່ງມີການຜະລິດອອກມາວາງຈຳໜ່າຍແທ້ໆແບບ Limited Edition ພຽງ 3000 ອັນຕໍ່ປີເທົ່ານັ້ນ ເຮັດໃຫ້ແຟນໆອະນິເມະເລື່ອງນີ້ພາກັນໄປຊື້ກັນຈົນໝົດແລ້ວ ແຕ່ບໍ່ຕ້ອງກັງວົນໄປເພາະສາເກຂອງແທ້ນັ້ນບໍ່ໄດ້ຜະລິດຕາມແບບອະນິເມະທີ່ໃຫ້ຜູ້ຍິງຫຍ້ຳເຂົ້າແລ້ວຄາຍອອກມາຂາຍຢ່າງແນ່ນອນ. ເຊິ່ງເລື່ອງນີ້ກໍກາຍເປັນອີກ 1 ປະກົດການທີ່ເຮັດໃຫ້ເມືອງນ້ອຍໆແຫ່ງນີ້ມີນັກທ່ອງທ່ຽວແຫ່ກັນມາທ່ຽວກັນຢ່າງຫຼວງຫຼາຍເພາະອະນິເມຊັ່ນເລື່ອງດັງເລື່ອງນີ້ແທ້ໆ. 

ວ່າກັນຕາມຄວາມຈິງແລ້ວຜູ້ຂຽນກະຍັງຢາກຈະລອງໄປຢູ່ ^^

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...