spot_img
Homeຂ່າວເຫດການເຈົ້າຄອງ ນ.ວ ຜູ້ໃໝ່ ເລັ່ງແກ້ໄຂບັນຫາເສັ້ນທາງເປ່ເພຢູ່ຫຼາຍຈຸດ ຊ້າສຸດບໍ່ເກີນສິງຫານີ້!

ເຈົ້າຄອງ ນ.ວ ຜູ້ໃໝ່ ເລັ່ງແກ້ໄຂບັນຫາເສັ້ນທາງເປ່ເພຢູ່ຫຼາຍຈຸດ ຊ້າສຸດບໍ່ເກີນສິງຫານີ້!

Published on

20140728092800

 

ຈາກ​ສະພາບ​ຝົນຕົກ​ໜັກ​ຕິດຕໍ່​ກັນ​ຫຼາຍ​ມື້ ເຮັດ​ໃຫ້​ສະພາບ​ເສັ້ນທາງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ພວກເຮົາ​ຫຼາຍ​ເສັ້ນ

ບໍ່​ວ່າ​ຈະ​ເປັນ​ທາງ​ດິນ​ແດງ ແລະ ເສັ້ນທາງ​ຢາງ​ຢູ່​ຊານເມືອງ ຫຼື ຢູ່​ຕົວ​ເມືອງຫຼາຍ​ຈຸດ ​ໄດ້​ເປ່ເພ​ເສຍ​ຫາຍ​ຫຼາຍ​ສົມຄວນ

ອັນ​ສ້າງ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ບໍ່​ສະດວກ ​ໃຫ້​ແກ່​ການ​ສັນຈອນ​ຂອງ​ຍານພາຫະນະ ​ສາເຫດ​ຫຼັກໆ​ທີ່​ເຮັດ​ໃຫ້​ບາງ

​ຈຸດ​ຂອງ​ເສັ້ນທາງ​ເປ່​ເພ​ນັ້ນ ກໍ່​ຍ້ອນ​ນ້ຳ​ຖ້ວມ​ຂັງ​ບາງ​ຈຸດ ເຊິ່ງ​ສາເຫດ​ທີ່​ມີ​ນ້ຳ​ຖ້ວມ​ຂັງ​ນັ້ນ​ ກໍ່​ຍ້ອນ​ລະບົບ​ຮ່ອງ​ລະບາຍນ້ຳ

​ໄຫຼ​ບໍ່​ສະດວກ ຍ້ອນ​ການ​ຖົມ​ດິນ​ຂອງ​ຜູ້​ທີ່ຢູ່​ອາໄສຕາມ​ແຄມ​ເສັ້ນທາງ​ດັ່ງກ່າວ ເວລາ​ຖົມ​ດິນ​ນັ້ນ​ໄດ້​ໄປຕັນ​ເອົາ​ແລວ​ນ້ຳ.

 

ຕໍ່​ສະພາບ​ດັ່ງກ່າວ ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ວັນ​ທີ 27 ກໍລະກົດ 2014 ຜ່ານ​ມາ​ນີ້ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ

ເຈົ້າ​ຄອງ​​ນະ​ຄອນ​ຫຼວງ​ວຽງ​ຈັນ ທ່ານ ແກ້ວພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ພ້ອມ​ດ້ວຍ​ພາກ

ສ່ວນ​ກ່ຽວຂ້ອງ​ ກໍ່​ໄດ້​ລົງ​ໄປ​ຕິດຕາມ​ເບິ່ງ​ສະພາບ​ນ້ຳ​ຖ້ວມ​ຂັງ ແລະ ການ​ເປ່​ເພ​ເສຍຫາຍ​ຂອງ​ເສັ້ນທາງ​ຫຼາຍ​ຈຸດຄື: ຮ່ອງ​

ລະບາຍ​ນ້ຳ​ຈຸດ​ໄຟ​ແດງ​ທາດຫຼວງ ບາງ​ຈຸດ​ຂອງ​ເສັ້ນທາງ​ກຳແພງ​ເມືອງ ໂດຍ​ສະເພາະ​ຕໍ່ໜ້າກອງ​ບັນຊາ​ການ ​ປກສ ນະ

ຄອນຫຼວງ ບາງ​ຈຸດ​ຖະໜົນ 450 ປີ ແລະ ຂົວ​ຂ້າມ​ເຂດ​ບ້ານ​ໂຊກ ເມືອງ​ໄຊ​ເຊດ​ຖາ ຮ່ອງ​ລະບາຍນ້ຳ​ເຂດ​ບໍລິເວນ​ບ້ານ

​ຫຼັກ 8 ຖະໜົນ​ທ່າ​ເດື່ອ​ໄປ​ຫາ​ຈຸດ​ສາມ​ແຍກຈີ່ນາຍ​ໂມ້ ເມືອງ​ສີ​ສັດຕະ​ນາກ ຕາມ​ເສັ້ນທາງ​ດົງ​ໂດກ-ໜອງ​ບຶກ ຈຸດ​ລະ

ບາຍ​ນ້ຳ ແລະ ຈຸດ​ເປ່​ເພຂອງ​ເສັ້ນທາງ​ຢູ່​ບໍລິເວນ​ໄຟ​ແດງດົງ​ໂດກ ໄຟ​ແດງ​ຕານ​ມີ​ໄຊ ແລະ ຈຸດ​ຕໍ່ໜ້າ​ຕະຫຼາດ​ບ້ານ​ໜອງ​

ພະຍາ ເມືອງ​ໄຊ​ທານີ ແລະ ຈຸດສາມ​ແຍກ​ຕໍ່ໜ້າ​ຕະຫຼາດ​ໜອງແຕ່ງ ຈຸດ​ບ້ານ​ນາ​ແຮ່ (ຫຼັກ 7) ເສັ້ນທາງ 13 ເໜືອ ເມືອງ

​ສີ​ໂຄດຕະບອງ ແລະ ຈຸດ​ອື່ນໆ ທັງ​ນີ້ກໍ່ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ວິທີ​ແກ້ໄຂ​ໂດຍ​ດ່ວນ ກ່ອນ​ທີ່​ສະພາບ​ດັ່ງກ່າວ​ຈະ​ຮ້າຍ​ແຮງ

​ໄປ​ກວ່າ​ນີ້.

 

ຜ່ານ​ການ​ລົງ​ຕິດຕາມ​ຂອງທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ຄັ້ງ​ນີ້ ກໍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ເປ່​ເພ​ຂອງ​ເສັ້ນທາງ

ແລະ ສະພາບ​ນ້ຳ​ຖ້ວມ​ຂັງ​ຈາກທ່ານ ເດດ​ສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ

ຈັນ ທ່ານ ຄຳ​ປ່ຽນ ອິນ​ທະ​ລືຊາ ຮອງ​ປະທານ​ອົງການ​ບໍລິຫານ ແລະ ພັດທະນາ​ຕົວ​ເມືອງ​ວຽງຈັນ (​ອພບ) ພ້ອມ​ດ້ວຍ​ອຳນາດ

ການ​ປົກຄອງ​ເມືອງ ບ້ານ ແລະ ພໍ່​ແມ່​ປະຊາຊົນ​ເຂດ​ໃກ້​ຄຽງ ເຊິ່ງກໍ່​ເຫັນ​ວ່າການ​ເປ່​ເພ​ໜັກ​ຂອງເສັ້ນທາງ​ຈຸດ​ດັ່ງກ່າວ​ນັ້ນ

​ແມ່ນເລີ່ມ​ມີ​ມາ​ສອງ​ອາທິດ​ຜ່ານ​ມາ​ນີ້ ຍ້ອນ​ຝົນຕົກ​ຕິດຕໍ່​ກັນ​ຫຼາຍ​ມື້ ແລະ ຖ້າ​ພວກ​ເຮົາ​ຫາກ​ບໍ່​ໄດ້​ຮັບການ​ແກ້​ໄຂ​ໄວ​ ຍິ່ງ​ຈະ

​ເຮັດ​ໃຫ້​ເສັ້ນທາງ​ໄດ້​ຮັບ​ການ​ເປ່​ເພ​ເສຍ​ຫາຍໄປ​ຫຼາຍ​ຂຶ້ນ ອັນ​ທີ່​ສຳຄັນ​ກໍ່​ແມ່ນສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ການ​ສັນຈອນ

ມີ​ສະພາບ​ລົດ​ແອອັດ (ລົດ​ຕິດ) ເກີດ​ຂຶ້ນ ນອກຈາກນີ້​ແລ້ວ ຍັງ​ເກີດ​ມີ​ສະພາບ​ນ້ຳຖ້ວມ​ຂັງ​ເຮືອນ​ຊານ​ຂອງ​ປະຊາຊົນ​ທີ່ ຢູ່​ອາ

ໄສ​ເຂດ​ດັ່ງກ່າວ​ຕື່ມ​ອີກ ແລະ ຜ່ານ​ມາ​ທາງ ​ອພບ ແລະ ພະ​ແນກ ​ຍທຂ ກໍ່​ໄດ້​ສະເໜີ​ມາຍັງ​ຂັ້ນ​ເທິງ ​ເພື່ອ​ຂໍ​ງົບປະມານຈຳນວນ

​ໜຶ່ງ ​ມາ​ແກ້​ໄຂ​ໃນ​ການ​ລວງຮ່ອງ​ລະບາຍ​ນ້ຳ ແລະ ສ້ອມແປງ​ເສັ້ນທາງ​ຈຸດ​ທີ່​ເປ່​ເພ​ແລ້ວ ແລະ ຄາດ​ວ່າ​ການຈັດຕັ້ງ​ປະຕິບັດ​

ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ຊ້າ​ສຸດ​ບໍ່​ໃຫ້​ເກີນ​ພາຍ​ໃນເດືອນ​ສິງຫາ​ທີ່​ຈະ​ມາ​ເຖິງ​ນີ້.

 

ພາຍຫຼັງ​ທີ່​ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ ​ໄດ້​ລົງ​ຕິດຕາມ​ເບິ່ງ​ຕົວຈິງ ແລະ ໄດ້​ຮັບ​ຟັງ​ການ​ລາຍງານ​ຈາກ​ພາກສ່ວນ​ກ່ຽວຂ້ອງ

ແລ້ວ ທ່ານ​ກໍ່​ໄດ້​ມີ​ຄຳ​ເຫັນ​ວ່າ ບັນຫາ​ດັ່ງກ່າວ​ແມ່ນ​ສຳຄັນ​ຫຼາຍ ແລະ ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງໄດ້​ຮີບ​ຮ້ອນ​ແກ້​ໄຂ​ໂດຍ​ດ່ວນ

ເຊິ່ງທ່ານ​ກໍ່​ໄດ້​ເນັ້ນ​ໃຫ້​ຂະແໜງການກ່ຽວຂ້ອງ ໂດຍ​ສະເພາະ​ກໍ່​ແມ່ນຂະແໜງ ​ຍທຂ ແລະ ​ອພບ ສົມທົບ​ກັບ​ອຳນາດ​ການ

​ປົກຄອງເມືອງ ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ສຳເລັດ​ໂດຍ​ໄວ ທັງ​ນີ້​ກໍ່​ເພື່ອ​ສ້າງ​ຄວາມ​ສະດວກ​ ໃຫ້​ແກ່​ການ​ສັນຈອນ​ໄປ​

ມາ​ຂອງ​ຍານພາຫະນະ ຕາມ​ເສັ້ນທາງ​ຕົວເມືອງນະຄອນຫຼວງ​ວຽງ​ຈັນ.

 

ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12306

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...