spot_img
Homeຂ່າວຕ່າງປະເທດຊຳຊຸງຈະແຍກກິດຈະການອອກເປັນ 2 ບໍລິສັດ

ຊຳຊຸງຈະແຍກກິດຈະການອອກເປັນ 2 ບໍລິສັດ

Published on

 ບໍລິສັດ​ຊຳ​ຊຸງ ອິ​ເລັກ​ໂຕ​ນິກ ກຽມ​ປັບ​ໂຄງ​ສ້າງ​ດ້ວຍ​ການ​ແຕກ​ອອກ​ເປັນ 2 ບໍລິສັດ ​ເພື່ອ​ເພີ່ມ​ປະສິດທິພາບ​ໃນ​ການ​ບໍລິຫານ.

ອີງຕາມສໍານັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ບໍລິສັດ​ຊຳ​ຊຸງ ອິ​ເລັກ​ໂຕ​ນິກ​ເປີດ​ເຜີຍ​ຖະ​ແຫຼ​ງ​ການ​ໃນ​ວັນ​ທີ 29 ພະຈິກ​ທີ່​ຜ່ານ​ມາ​ວ່າ ບໍລິສັດ​ກຳລັງ​ພິຈາລະນາ​ປັບ​ໂຄງ​ສ້າງ​ຄັ້ງ​ໃຫຍ່​ດ້ວຍ​ການ​ແຍກ​ກິດຈະການ​ອອກ​ເປັນ​ບໍລິສັດ​ຍ່ອຍ 2 ​ແຫ່ງ ​ແລະ ​ເພີ່ມ​ອັດຕາ​ສ່ວນ​ການ​ຖື​ຄອງ​ຮຸ້ນ​ຂຶ້ນ 30% ຈາກ​ມູນ​ຄ່າ​ຂອງ​ປີ​ທີ່​ຜ່ານ​ມາ​ໃຫ້​ເປັນ​ປະມານ 4 ພັນ​ຕື້​ວອນ ຄວບ​ຄຸມ​ຕະຫຼອດ​ທັງ​ປີ​ງົບປະມານ 2016-2017 ຊຶ່ງ​ຄິດ​ເປັນ​ເຄິ່ງໜຶ່ງ​ຂອງ​ປະລິມານ​ເງິນສົດ​ທີ່​ຊຳ​ຊຸງ​ຖື​ຄອງ​ຢູ່​ໃນ​ປະຈຸ​ບັນ.

     ທັງ​ນີ້ ຖະ​ແຫຼ​ງການ​ຂອງ​ຊຳ​ຊຸງ​ຍັງ​ບໍ່​ໄດ້​ກຳນົດ​ກອບ​ໄລຍະ​ເວລາ​ການ​ປັບ​ໂຄງ​ສ້າງ​ກິດຈະການ​ຄັ້ງ​ໃຫຍ່​ຢ່າງ​ຈະ​ແຈ້ງ​ແຕ່​ລະບຸ​ພຽງ​ພາຍ​ໃນ​ເດືອນ​ພຶດສະພາ​ຫຼື​ມິຖຸນາ​ປີໜ້າ ​ແຕ່​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫຼາຍ​ຄົນ​ວິ​ເຄາະ​ໄປ​ໃນ​ທາງ​ດຽວ​ກັນ​ວ່າ ຂະ​ບວນການ​ອາດ​ມີ​ຕ້ອງ​ຢຸດນິ້ງຫຼື​ໃຊ້​ເວລາ​ດົນ​ກວ່າ​ນັ້ນ ຖ້າ​ຫາກ​ວິ​ກິດ​ການ​ເມືອງ​ກ່ຽວ​ກັບ​ຄະ​ດີ​ສໍ້​ລາດ​ບັງ​ຫຼວງ​ຂອງ​ປະທານາທິບໍດີ​ປາກ ກິນເຮ ບານ​ປາຍ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...