Homeຂ່າວຕ່າງປະເທດຈີນກຽມເປີດນຳໃຊ້ລົດໄຟຄວາມໄວສູງສາຍໃໝ່

ຈີນກຽມເປີດນຳໃຊ້ລົດໄຟຄວາມໄວສູງສາຍໃໝ່

Published on

ສປ ຈີນ ​ກຽມ​ເປີດ​ນຳ​ໃຊ້​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່ ທີ່​ແລ່ນ​ລະຫວ່າງ​ເມືອງ​ຊຽງ​ໄຮ້ ​ແລະ ຄຸນ​ໝິ​ງ ​ໃນ​ເດືອນ​ທັນວາ​ນີ້.

ອີງຕາມສໍານັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຈີນ​ກຽມ​ເປີດ​ນຳ​ໃຊ້​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່ ທີ່​ແລ່ນ​ລະຫວ່າງ​ເມືອງ​ຊຽງ​ໄຮ້ ​ແລະ ຄຸນ​ມໝິງ ​ໃນ​ເດືອນ​ທັນວາ​ນີ້ ​ໂດຍ​ເສັ້ນທາງ​ດັ່ງກ່າວ​ມີ​ຄວາມ​ຍາວ 2.300 ກິ​ໂລ​ແມັດ ​ແລະ ​ໃຊ້​ເວລາ​ຈາກ​ຊຽງ​ໄຮ້​ໄປ​ຄຸນ​ໝິງພຽງ 9 ຊົ່ວ​ໂມງ​ເທົ່າ​ນັ້ນ ດ້ວຍ​ຄວາມ​ໄວ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຂະນະ​ທີ່​ເສັ້ນທາງ​ລົດ​ໄຟ​ສາຍ​ຕົ້ນຕໍ​ຂອງ​ຈີນສາຍ​ປັດຈຸ​ບັນ​ແລ່ນ​ດ້ວຍ​ຄວາມ​ໄວ​ພຽງ 35-40 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​​ເທົ່າ​ນັ້ນ.​ໂດຍ​ລົດ​ໄຟ​ຄວາມ​ໄວ​ສູງ​ສາ​ຍຊຽງ​ໄຮ້-​ຄຸນ​ໝິງ​ເປີດ​ໃຫ້​ບໍລິການ​ເຖິງ​ມົນທົນ​ກຸຍ​ໂຈ​ວ​ແລ້ວ​ຊຶ່ງ​ຜ່ານ​​ເມືອງ​ສຳຄັນ​ເຊັ່ນ: ຫາງ​ໂຈ​ວ,  ໜານ​ຊາງ, ສາງ​ຊາ​ເປັນ​ຕົ້ນ ຊຶ່ງ​ຫວັງ​ວ່າ ​ໃນ​ອະນາຄົດ​ຕໍ່ໜ້າ​ຈະ​ຂະຫຍາຍ​ເສັ້ນທາງ​ສູ່​ອາຊີ​ຕາ​ເວັນ​ອອກ​ຊຽງ​ໃຕ້, ມີ​ການ​ລາຍ​ງານ​ວ່າ​ປີ້ລົດ​ໄຟ​ຄວາມ​ໄວ​ສູ​ງລາຍ​ດັ່ງກ່າວ​ມີ​ລາຄາ​ຢູ່​ທີ່​ປະມານ 700-750 ຢວນ.

ໜ່ວຍ​ງານ​ການທ່ອງທ່ຽວ​ຂອງ​ຄຸນ​ໝິງຄາດ​ວ່າ ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່​ນີ້​ຈະ​ສົ່ງ​ຜົນ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ເພີ່​ມຂຶ້ນ 10-20% ​ແລະ ​ເພື່ອ​ສົ່ງ​ເສີມ​ການຈະ​ເລີ​ນ​ເຕີບ​ໂຕ​ດັ່ງກ່າວ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາ​​ມ ​ແລະ ​ໂຮງ​ແຮມ​ກໍ​ຕ້ອງອອກມາດ​ຕະການ​ໃຊ້​ປີ້​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ດັ່ງກ່າວ​ເປັນ​ສ່ວນ​ຫຼຸດຄ່າ​ເຂົ້າ​ຫຼື​ຄ່າ​ພັກ​ພາຍ​ໃນ​ເດືອນ​ທີ່​ລົດ​ໄຟ​ເປີດ​ໃຫ້​ບໍລິການ.

ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...