Homeນານາສາລະ4 ສະໝູນໄພຕໍ່ໄປນີ້ ແກ້ນອນໂກນໄດ້

4 ສະໝູນໄພຕໍ່ໄປນີ້ ແກ້ນອນໂກນໄດ້

Published on

ວິທີການແກ້ໄຂປັນຫາການນອນໂກນດ້ວຍວິທີງ່າຍໆ ໂດຍໃຊ້ສະໝູນໄພທີ່ມີຢູ່ຕາມທໍາມະຊາດ ແລະບໍ່ເປັນອັນຕະລາຍຕໍ່ຮ່າງກາຍ.

  1. ໃຊ້ນໍ້າມັນໝາກກອກ: ໂດຍການກິນນໍ້າມັນໝາກກອກມື້ລະປະມານ 4-5 ຢາດກ່ອນເຂົ້ານອນທຸກໆວັນ ເນື່ອງຈາກວ່ານໍ້າມັນໝາກກອກນັ້ນມີກົດໄຂມັນທີ່ມີປະໂຫຍດຕໍ່ຮ່າງກາຍສູງ ເຮັດໃຫ້ບໍ່ເກີດການສະສົມຂອງໄຂມັນໃນຮ່າງກາຍ ທັງຍັງເຮັດໃຫ້ອາການນອນໂກນນັ້ນຫຼຸດລົງໄດ້.
  2. ໃຊ້ຜັກບົ່ວແດງ: ເນື່ອງຈາກຜັກບົ່ວແດງນັ້ນ ມີສັບພະຄຸນໃນເລື່ອງຂອງການຊ່ວຍແກ້ຫວັດ, ຄັດດັງ​, ຫຼຸດໄຂມັນອຸດຕັນບໍລິເວນຫຼອດເລືອດ ແລະຍັງຊ່ວຍໃຫ້ເກີດຄວາມຊຸ່ມຊື່ນໃນລໍາຄໍ ຊ່ວຍໃຫ້ລະບົບຫາຍໃຈທໍາງານໄດ້ດີຂຶ້ນ ແລະຍັງຊ່ວຍບັນເທົາອາການນອນໂກນໄດ້ອີກ.
  3. ໝາກເຜັດຂີ້ໜູ ຫຼືໝາກເຜັດທົ່ວໄປ: ອີກໜຶ່ງຕົວຊ່ວຍບັນເທົາອາການນອນໂກນ ເນື່ອງຈາກລົດເຜັດຂອງໝາກເຜັດຈະຊ່ວຍໃຫທາງເດີນຫາຍໃຈໂລ່ງ ແລະເກີດຄວາມຊຸ່ມຊື່ນໃນລໍາຄໍ ສານແຄໄຊຊິນຊ່ວຍຫຼຸດອາການຫົດຢືດຂອງກ້າມຊີ້ນຮອບຫຼອດລົມ ດ້ວຍເຫດນີ້ໝາກເຜັດຈຶ່ງມີປະໂຫຍດຕໍ່ຄົນທີ່ມີປັນກ່ຽວກັບລະບົບຫາຍໃຈ ຫຼືຄົນທີ່ມີອາການນອນໂກນນັ້ນເອງ.
  4. ຂີງ: ເອົາຫົວຂີງແກ້ໆສົດປະມານ 5 ກະຣາມ ນໍາມາທຸບໃຫ້ແຕກ ແລ້ວຕົ້ມເອົານໍ້າດື່ມ ກໍຈະຊ່ວຍໃຫ້ມີຄວາມສົດຊື່ນ ແຖມຍັງເຮັດໃຫ້ລະບົບທາງເດີນຫາຍໃຈທໍາງານສະດວກຂຶ້ນ ຫາກດື່ມນໍ້າຂີງຕະຫຼອດອາການນອນໂກນກໍຈະຄ່ອຍໆຫຼຸດລົງ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...