Homeສຸຂະພາບ ແລະ ສີ່ງແວດລ້ອມ7 ສິ່ງທີ່ຜູ້ຊາຍຄວນເຮັດ ເພື່ອເຮັດໃຫ້ອະສຸຈິແຂງແຮງ

7 ສິ່ງທີ່ຜູ້ຊາຍຄວນເຮັດ ເພື່ອເຮັດໃຫ້ອະສຸຈິແຂງແຮງ

Published on

ໃນປັດຈຸບັນມີຜູ້ຊາຍຫຼາຍຄົນທີ່ມີບັນຫາກ່ຽວກັບການມີລູກຍາກ ບໍ່່ວ່າຈະລອງວິທີໃດມາແລ້ວກໍຕາມກໍບໍ່ໄດ້ຜົນ ເຊິ່ງບາງຄັ້ງ ບັນຫາທີ່ແທ້ຈິງ ອາດເກີດຈາກພຶດຕິກຳບາງຢ່າງຂອງເຈົ້າໂດຍບໍ່ຮູ້ໂຕ, ແຕ່ມັນຈະສົ່ງຜົນກະທົບຕໍ່ການມີລູກຍາກກໍເປັນໄດ້, ມື້ນີ້ ແອັດມິນ ມີວິທີຊ່ວຍໃຫ້ອະສຸຈິຂອງຜູ້ຊາຍແຂງແຮງມາຝາກ

  1. ກິນໝາກເລັ່ນຫຼາຍໆ: ອະສຸຈິຫຼາຍກວ່າ 90% ຂອງຜູ້ຊາຍຈະມີຮູບຮ່າງທີ່ແຕກຕ່າງກັນ ຈຶ່ງມັກບໍ່ສາມາດເຂົ້າປະຕິສົນທິກັບໄຂ່ຂອງຜູ້ຍິງໄດ້ ແລະເຮັດໃຫ້ຜູ້ຍິງມີລູກຍາກ, ຈຶ່ງແນະນຳໃຫ້ກິນໝາກເລັ່ນຕະຫຼອດ ເພາະອຸດົມດ້ວຍສານຕ້ານອະນຸມູນອິດສະລະທີ່ເອີ້ນວ່າ ໄລໂຄປີນ ຊ່ວຍໃຫ້ອະສຸຈິສົມບູນ ແລະເພີ່ມໂອກາດໃຫ້ມີລູກງ່າຍ
  2. ການອອກກຳລັງກາຍ: ເພາະເຮັດໃຫ້ຮ່າງກາຍຜະລິດອະສຸຈິທີ່ແຂງແຮງໄດ້ຫຼາຍຂຶ້ນ ແລະມີອະສຸຈິຫຼາຍຂຶ້ນກວ່າຄົນບໍ່ອອກກຳລັງກາຍເຖິງ 33%
  3. ຫຼິ້ນມືຖືໃຫ້ໜ້ອຍລົງ: ເພາະປັດໄຈສຳຄັນທີ່ເຮັດໃຫ້ອະສຸຈິເຄື່ອນໂຕຊ້າ ເພາະຄື້ນແມ່ເຫຼັກໄຟຟ້າຈາກມືຖື ເຊິ່ງເກີດຈາກພຶດຕິກຳການໃຊ້ໂທລະສັບ ແລະເອົາຕິດໂຕໃສ່ຖົງໂສ້ງຕະຫຼອດ ທາງອອກທີ່ດີຄວນຫຼຸດການໃຊ້ມືຖື ຫຼືຫຼີກລຽງການເອົາໂທລະສັບໃສ່ຖົງໂສ້ງ
  4. ຫຼີກລຽງການໃຊ້ສານຫຼໍ່ລື່ນ: ຫາກຕ້ອງການມີລູກ ຄວນຢຸດໃຊ້ສານຫຼໍ່ລື່ນໃນຂະນະມີເຊັກສ໌ ເພາະມີສານເຄມີໃນປະລິມານຫຼາຍທີ່ຈະຂ້າອະສຸຈິໄດ້
  5. ຢ່າຫຼິ້ນຄອມພິວເຕີເທິງຕັກ: ເພາະການທີ່ເອົາຄອມພິວເຕີໄວ້ເທິງຕັກດົນໆ ຈະເປັນອັນຕະລາຍຕໍ່ເຊື້ອອະສຸຈິ ເພາະຄວາມຮ້ອນຈາກໂຕເຄື່ອງ ຈະເຮັດໃຫ້ໜ່ວຍອັນທະຜະລິດອະສຸຈິໄດ້ໜ້ອຍລົງ
  6. ຫຼຸດເຄື່ອງດື່ມທີ່ມີຄາເຟອິນ: ຜູ້ຊາຍຕ້ອງກິນເຄື່ອງດື່ມທີ່ມີຄາເຟອິນບໍ່ໃຫ້ເກີນ 300 ມີລີກລາມຕໍ່ມື້ ເພາະຄາເຟອິນ ຈະເຮັດໃຫ້ຈຳນວນອະສຸຈິຫຼຸດລົງ
  7. ຫຼຸດເຄື່ອງດື່ມແອວກໍຮໍ: ບາງຄົນຢາກມີລູກ ແຕ່ເຮັດແນວໃດເມຍກໍບໍ່ມີລູກຈັກເທື່ອ ເຊິ່ງອາດເປັນຕົ້ນເຫດມາຈາກການດື່ມທາດແອວກໍຮໍຂອງເຈົ້ານັ້ນເອງ ໂດຍສະເພາະຄົນທີ່ກິນຫຼາຍ, ຖ້າຢາກກິນແທ້ໆ ຄວນກິນມື້ລະ 2 ຈອກຕໍ່ມື້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...