Homeຂ່າວເຫດການໄຂກອງປະຊຸມ ສະມັດຊາລັດຖະສະພາອາຊີ ຄັ້ງທີ 9 ຢູ່ກຳປູເຈຍ

ໄຂກອງປະຊຸມ ສະມັດຊາລັດຖະສະພາອາຊີ ຄັ້ງທີ 9 ຢູ່ກຳປູເຈຍ

Published on

(ສພຊ) ​ໃນ​ວັນທີ 28 ພະຈິກ 2016, ທີ່ຊຽມຣຽບ, ​ຣາຊະອານາຈັກກໍາປູເຈຍ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍປະທານລັດຖະສະພາ ກໍຄືຫົວໜ້າຄະນະຜູ້ແທນ ບັນດາປະເທດອາຊີ ທີ່ຈະເຂົ້າຮ່ວມກອງປະຊຸມ ສະມັດຊາລັດຖະສະພາອາຊີ ຄັ້ງທີ 9, ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກີ ເຮັງຊໍາຣິນ (AkkaMoha Ponhea Charkie HengSamrin) ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທັງເປັນປະທານສະມັດຊາລັດຖະສະພາອາຊີ, ເຊິ່ງສົມເດັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ອວຍພອນໃຫ້ການດຳເນີນກອງປະຊຸມດັ່ງກ່າວ ປະສົບຄວາມສໍາເລັດອັນຈົບງາມ.

ວັນດຽວກັນ, ກອງປະຊຸມສະມັດຊາລັດຖະສະພາອາຊຽນ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ, ມີບັນດາປະທານf ຮອງປະທານລັດຖະສະພາ ບັນດາປະເທດອາຊີ ກໍຄືຫົວໜ້າຄະນະຜູ້ແທນ ພ້ອມດ້ວຍສະມາຊິກລັດຖະສະພາ ບັນດາປະເທດອາຊີ 23 ປະເທດ ເຂົ້າຮ່ວມ.

ໃນພິທີ ຍຸນ ຍຽນ (NgounNhel), ຮອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທັງເປັນປະທານຄະນະກໍາມະການ ຈັດຕັ້ງກອງປະຊຸມ ໄດ້ຂຶ້ນກ່າວຕ້ອນຮັບຜູ້ແທນກອງປະຊຸມ “ລັດຖະສະພາ, ລັດຖະບານ ແລະ ປະຊາຊົນຣາຊະອານາຈັກ ກໍາປູເຈຍ ມີຄວາມພາກ ພູມໃຈທີ່ໄດ້ເປັນປະທານ ສະມັດຊາລັດຖະສະພາອາຊີ ໃນໄລຍະເວລາ 2 ປີ, ນີ້ເປັນການສະແດງໃຫ້ເຫັນວ່າ ຣາຊະອານາຈັກ ກໍາປູເຈຍ ມີສະເຖຍລະພາບທາງດ້ານການເມືອງ ແລະ ມີຄວາມໝັ້ນຄົງ ທີ່ເປັນເງື່ອນໄຂສະດວກ ໃນການເປັນເຈົ້າພາບຈັດກອງປະຊຸມ ເຊິ່ງໄດ້ເຕົ້າໂຮມບັນດາຜູ້ຕາງໜ້າຂອງປະຊາຊົນ ທົ່ວທະວີບອາຊີຢູ່ທີ່ນີ້. 

ສັນຕິພາບ ແມ່ນປັດ​ໄຈທີ່ຈໍາເປັນ ແລະ ເປັນເງື່ອນໄຂເບື້ອງຕົ້ນ ໃຫ້ແກ່ການພັດທະນາແບບຍືນຍົງ, ມັນເປັນປັດ​ໄຈຕົ້ນຕໍ ແລະ ຂາດບໍ່ໄດ້ ພາຍໃນຂອບພາກພື້ນ ແລະ ສາກົນ ໃນການສ້າງປະເທດ, ພາກພື້ນ ແລະ ໂລກ ທີ່ສະຫງົບສຸກ ແລະ ວັດທະນາຖາວອນ. ຂ້າພະເຈົ້າ ຂໍສະແດງຄວາມຍິນດີຕ້ອນຮັບ ບັນດາປະທານລັດຖະສະພາ, ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນກອງປະຊຸມ ທີ່ປະກອບສ່ວນໃຫຍ່ ຫລວງເຮັດໃຫ້ ກອງປະຊຸມ ສະມັດຊາລັດຖະສະພາອາຊີ ຄັ້ງທີ 9 ນີ້ ມີບັນຍາກາດແຫ່ງການຮ່ວມມື ແລະ ປະສົບຄວາມສໍາເລັດອັນຈົບງາມ.

ໃນຕອນຄໍ່າວັນດຽວກັນ, ກໍໄດ້ມີງານລ້ຽງອາຫານຄໍ່າຢ່າງເປັນທາງການ ເພື່ອຕ້ອນຮັບບັນດາຜູ້ແທນກອງປະຊຸມ, ເຊິ່ງໂດຍການ ເປັນເຈົ້າ ພາບຂອງສົມເດັດ ອັກຄະມະຫາ ໂປເຢຍ ຈັກກີ ເຮັງຊໍາຣິນ (AkkaMoha Ponhea Charkie HengSamrin) ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທັງເປັນປະທານສະມັດຊາລັດ ຖະສະພາອາຊີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...