Homeຂ່າວພາຍ​ໃນປະທານປະເທດແຫ່ງສປປ ລາວ ໄຫວ້ອາໄລເຖິງດວງວິນຍານ ສະຫາຍ ຟີແດນ ກາສໂຕຣ ຣຸດສ໌

ປະທານປະເທດແຫ່ງສປປ ລາວ ໄຫວ້ອາໄລເຖິງດວງວິນຍານ ສະຫາຍ ຟີແດນ ກາສໂຕຣ ຣຸດສ໌

Published on

ຂປລ. ໃນວັນທີ 29 ພະຈິກນີ້ທີ່ສະຖານທູດ ກູບາ ປະຈໍານະຄອນຫລວງວຽງຈັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງນາມປື້ມໄຫວ້ອາໄລ ເຖິງດວງວິນຍາ ສະຫາຍ ຟີແດນ ກາສໂຕຣ ຣຸດສ ອະດີດເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 25 ພະຈິກ 2016 ເຊິ່ງເນື້ອໃນມີຄືດັ່ງນີ້:

472

ໃນນາມພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍດາຍ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງພັກກອມມູນິດກູບາ, ລັດຖະບານ ແລະ ປະຊາຊົນ ກູບາອ້າຍນ້ອງ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ຟີແດນ ກາສໂຕຣ ຣຸດສ໌ ອະດີດເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 25 ພະຈິກ 2016.

ການລ່ວງລັບຂອງສະຫາຍ ຟີແດນ ກາສໂຕຣ ຣຸດສ໌ ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ເປັນການສູນເສຍນັກຕໍ່ສູ້, ຜູ້ນໍາການປະຕິວັດທີ່ຍິ່ງໃຫຍ່ກ້າແກ່ນ, ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານເພື່ອເອກະລາດແຫ່ງຊາດ, ສູນເສຍຜູ້ນໍາທີ່ໂດດເດັ່ນ, ຜູ້ເຊິ່ງຕະຫລອດຊີວິດໄດ້ອຸທິດຕົນເພື່ອອຸດົມການສັງຄົມນິຍົມ, ເປັນຜູ້ກໍ່ຕັ້ງລັດສັງຄົມນິຍົມທໍາອິດຢູ່ພາກພື້ນອາເມລິກາລາຕິນ, ເປັນຜູ້ນໍາເອົາອິດສະຫລະພາບມາສູ່ປະຊາຊົນກູບາອ້າຍນ້ອງ, ຜົນງານ ແລະ ຊື່ສຽງຂອງສະຫາຍ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ໃນຖານະເປັນໜຶ່ງໃນບັນດາຜູ້ນໍາທີ່ໂດດເດັ່ນຂອງໂລກ.

ການຈາກໄປຂອງສະຫາຍ ເປັນການສູນເສຍເພື່ອນມິດຜູ້ຍິ່ງໃຫຍ່ ຮ່ວມອຸດົມການຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຜູ້ເຊິ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ມີມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ

ພວກຂ້າພະເຈົ້າເຊື້ອໝັ້ນຢ່າງແນວແນ່ວ່າ, ພັກ-ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງຈະສາມາດຜ່ານຜ່າຄວາມທຸກໂສກນີ້ໄປໄດ້ ແລະ ຈະຫັນຄວາມທຸກໂສກນີ້ມາເປັນກໍາລັງແຮງ ເພື່ອສືບຕໍ່ສ້າງສາປະເທດສັງຄົມນິຍົມກູບາໃຫ້ນັບມື້ນັບເຂັ້ມແຂງຕາມຄວາມມຸ້ງມາດປາດຖະໜາຂອງ ສະຫາຍ ຟີແດນ ກາສໂຕຣ ຣຸດສ໌.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...