Homeຂ່າວຕ່າງປະເທດໜຸ່ມຫວຽດນາມ ຕິດໃນໂກດັງແຊ່ເຢັນ 4 ມື້ ເລຍກິນນ້ຳກ້ອນປະຄອງຊີວິດລອດ!

ໜຸ່ມຫວຽດນາມ ຕິດໃນໂກດັງແຊ່ເຢັນ 4 ມື້ ເລຍກິນນ້ຳກ້ອນປະຄອງຊີວິດລອດ!

Published on

h89

 

ພະນັກງານຈັດລຽງສິນຄ້າໃນໂກດັງແຊ່ເຢັນ ຊາວຫວຽດນາມ ລອດຕາຍຢ່າງຫວຸດຫວິດ ເລຍນ້ຳກ້ອນ

ກິນເພື່ອເອົາຊີວິດລອດ ຫຼັງຕິດໃນຕູ້ແຊ່ເຢັນ 4 ມື້ເຕັມ.

 

ເມື່ອວັນທີ 27 ກໍລະກົດ 2014 ສຳນັກຂ່າວຕ່າງປະເທດລາຍງານວ່າ ທ້າວ ໄໝ ຕ໋ານ ສ່າງ ໜຸ່ມຊາວຫວຽດ

ນາມ ອາຍຸ 23 ປີ ທີ່ມີອາຊີບເປັນພະນັກງານຈັດລຽງສິນຄ້າໃນໂກດັງເຢັນ ໃຫ້ກັບໂຮງງານແຫ່ງໜຶ່ງ ໄດ້ຮັບ

ການຊ່ວຍເຫຼືອເອົາຊີວິດອອກມາຈາກຫ້ອງແຊ່ເຢັນແລ້ວເປັນທີ່ຮຽບຮ້ອຍ ຫຼັງຈາກຕິດຢູ່ໃນນັ້ນເຖິງ 103

ຊົ່ວໂມງ ຫຼື 4 ມື້ເຕັມໆ ຫຼັງຈາກຖືກສິນຄ້າຫຼົ່ນມາທັບໂຕເອງ ໂດຍເປີດເຜີຍວ່າ ຕ້ອງໄດ້ເລຍນ້ຳກ້ອນເພື່ອ

ກິນປະຄອງຊີວິດ.

 

ເຂົາຖືກນຳໂຕສົ່ງໂຮງໝໍທີ່ນະຄອນໂຮ່ຈິມິນທັນທີ ດ້ວຍອາການຄວາມດັນຕ່ຳຂັ້ນວິກິດ ເຊິ່ງແພດໄດ້ໃຫ້

ນ້ຳເກືອ ແລະ ເປີດໂຄມເພື່ອໃຫ້ຄວາມອົບອຸ່ນແກ່ຮ່າງກາຍ, ໃນຂະນະນີ້ເຂົາກຳລັງຢູ່ໃນລະຫວ່າງການພັກ

ຟື້ນ ໂດຍພະນັກງານກູ້ໄພທີ່ເຂົ້າໄປຊ່ວຍເຫຼືອເຜີຍວ່າ ທ້າວ ສ່າງ ຖືກກ່ອງສິນຄ້າບັນຈຸປາແຊ່ເຢັນທັບໄວ້

ທີ່ແຂນ ແລະ ຂາດ້ານໜຶ່ງ.

 

ທ້າວ ສ່າງ ເປີດເຜີຍວ່າ ເຂົາຮູ້ສຶກເກືອບຈະໝົດຫວັງແລ້ວ ຕອນທີ່ຖືກທັບໃນສະພາບແຊ່ເຢັນແບບນັ້ນ

ແຕ່ພໍຄິດເຖິງໃບໜ້າຂອງເມຍ ແລະ ລູກອາຍຸ 2 ເດືອນຢູ່ເຮືອນ ກໍໄດ້ຮັບກຳລັງໃຈວ່າ ເຂົາຈະຕ້ອງເອົາຊີ

ວິດຢູ່ລອດອອກໄປໃຫ້ໄດ້ ແລະ ໄດ້ປະຄອງຊີວິດ ດ້ວຍການເລຍນ້ຳກ້ອນທີ່ຢູ່ໃນຕູ້ແຊ່ ຈົນເຖິງໄດ້ຮັບການ

ຊ່ວຍເຫຼືອໃນທີ່ສຸດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...