Homeນານາສາລະ10 ພຶດຕິກຳ ຂອງຄົນທີ່ສ່ຽງເປັນມະເຮັງ

10 ພຶດຕິກຳ ຂອງຄົນທີ່ສ່ຽງເປັນມະເຮັງ

Published on

ມະເຮັງເປັນພະຍາດທີ່ຮ້າຍແຮງທີ່ສຸດ ແລະເປັນຕາຢ້ານທີ່ສຸດ, ຖ້າປິ່ນປົວດີແລ້ວ ກໍສາມາດກັບຄືນມາເປັນໃໝ່ໄດ້, ດ້ວຍເຫດນີ້ ຄົນທີ່ເປັນມະເຮັງຫຼາຍຄົນ ຈຶ່ງເສຍຊີວິດຍ້ອນ, ເຖິງແມ່ນຈະໄດ້ຮັບການຮັກສາຢ່າງດີແລ້ວກໍຕາມ, ສຳລັບພຶດຕິກຳສ່ຽງຕໍ່ມະເຮັງນັ້ນ ມີດັ່ງນີ້

  1. ນອນເດິກ: ເຮັດໃຫ້ໂຮໂມນຕ້ານມະເຮັງຫຼັ່ງອອກມາ, ຈະເຮັດໃຫ້ເກີດພະຍາດຮ້າຍເຊັ່ນ:​ ຄວາມດັນເລືອດສູງ, ໄຂມັນສູງ ແລະຕຸ້ຍງ່າຍ
  2. ສູບຢາ ແລະກິນເຫຼົ້າ: ຈະເຮັດໃຫ້ປອດ ແລະຕັບເຮັດວຽກໜັກ ອີກຢ່າງເຮັດໃຫ້ແກ່ໄວ ແລະຕາຍໄວໄດ້ຈາກມະເຮັງ
  3. ກິນໄຂມັນ ແລະຊີ້ນຕະຫຼອດ: ໄຂມັນອິ່ມຕົວ ແລະໂປຣຕີນຈາກຊີ້ນ ເປັນແຫຼ່ງອາຫານຂອງມະເຮັງ ທີ່ໃຊ້ຈະເລີນເຕີບໂຕໄດ້ດີ
  4. ເຄັ່ງຄຽດຕະຫຼອດ: ການເຄັ່ງຄຽດເປັນສາເຫດໃຫ້ສານຊະນິດໜຶ່ງທີ່ຫຼັ່ງອອກມາຫຼໍ່ລ້ຽງມະເຮັງໃຫ້ເຕີບໂຕໄວ
  5. ໄວຣັດອັກເສບບີ ແລະເປັນພູມແພ້: ຄົນທີ່ມີພູມຕ້ານທານບໍ່ດີ, ບໍ່ມັກອອກກຳລັງກາຍ, ພັກຜ່ອນໜ້ອຍ ໂດຍສະເພາະຜູ້ທີ່ມີອາຍຸຫຼາຍ ທີ່ມີພູມຕ້ານທານຕໍ່າ ຈະເຮັດໃຫ້ມະເຮັງເຂົ້າຮ່າງກາຍໄດ້ງ່າຍ
  6. ເຮັດໃຫ້ຕົນເອງຕຸ້ຍ: ການປ່ອຍໃຫ້ຕົນເອງຕຸ້ຍ ຈະສ້າງໃຫ້ເກີດທາດແກ່ກ່ອນໄວອອກມາ ແລະໄຂມັນໃນຕົວ ຍັງສ້າງໃຫ້ເກີດໂຮໂມນກະຕຸ້ນມະເຮັງແບ່ງໂຕຫຼາຍຂຶ້ນ
  7. ຂາດວິຕາມິນ: ເພາະວິຕາມິນເຮັດໜ້າທີ່ຕ້່ານມະເຮັງ ບໍ່ໃຫ້ເກີດໃນຮ່າງກາຍ
  8. ກິນຮ້ອນຫຼາຍ: ເປັນຕົ້ນແມ່ນຊາຮ້ອນ, ກາເຟຮ້ອນ ຈະລວກເຊວຫຼອດອາຫານອັກເສບ, ເມື່ອອັກເສບຕະຫຼອດກໍຈະປ່ຽນເປັນເຊວມະເຮັງໄດ້ງ່າຍ
  9. ກັ້ນນໍ້າປັດສະວະ: ນໍ້າປັດສະວະເປັນສິ່ງເສດເຫຼືອຖ້າຢູ່ໃນຮ່າງກາຍດົນ ຈະເຮັດໃຫ້ເໝັນແຮງ ແລະຖ້າເໝັນຂຶ້ນໄປໃນກະເພາະຈະເຮັດໃຫ້ເກີດເປັນເຊວມະເຮັງໄດ້
  10. ກິນເຄັມ: ພົບວ່າຄົນທີ່ກິນເຄັມສ່ຽງເປັນມະເຮັງສູງ ໂດຍສະເພາະໃນອາຫານຈຳພວກຊີ້ນເຄັມ, ປາເຄັມ

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...