Homeຂ່າວຕ່າງປະເທດຜູ້ນຳບຣາຊິນປະກາດໄຫວ້ທຸກ 3 ມື້ໃຫ້ແກ່ຜູ້ເສຍຊີວິດໃນເຫດເຮືອບິນຕົກທີ່ ໂຄລົມເບຍ

ຜູ້ນຳບຣາຊິນປະກາດໄຫວ້ທຸກ 3 ມື້ໃຫ້ແກ່ຜູ້ເສຍຊີວິດໃນເຫດເຮືອບິນຕົກທີ່ ໂຄລົມເບຍ

Published on

ປະທານາທິບໍດີບຣາຊິນ ປະກາດໄຫວ້ທຸກ 3 ມື້ ໃຫ້ກັບຜູ້ເສຍຊີວດເຫດເຮືອບິນຂອງທີມ ຊາເປໂກເອນເຊ ຕົກທີ່ໂຄລົມເບຍ

ທ່ານ ມິເຊລ ເຕແມຣ ປະທານາທິບໍດີບຣາຊິນ ປະກາດໃຫ້ມີການໄຫວ້ທຸກເປັນເວລາ 3 ມື້ໃຫ້ກັບຜູ້ເສຍຊີວິດຈາກເຫດການເຮືອບິນເຊົ່າເໝົາລຳຂອງສາຍການບິນ ລາເມຍ ແອຣໄລ ທີ່ມຜູ້ໂດຍສານທັງໝົດ 81 ຄົນ ຮວມເຖິງນັກເຕະຂອງທີມ ຊາເປໂຄເອນເຊ ສະໂມສອນໃນລີກຂອງບຣາຊິນ ທີ່ປະສົບອຸບັດຕິເຫດເມື່ອຄືນຂອງວັນທີ 28 ພະຈິກ 2016 ທີ່ຜ່ານມາ ໃນລະຫວ່າງເດີນທາງໄປທີ່ສະໂມສອນນານາຊາດເມເດລລິນ ປະເທດໂຄລົມເບຍ ເພື່ອກຽມເຂົ້າຮ່ວມການແຂ່ງຂັນ ບານເຕະ ໂຄປາ ຊູດາເມຣິການາ ຮອບຮອງຊະນະເລີດ ນັກທຳອິດກັບ ສະໂມສອນແອດເລຕິໂກ ນາຊິອອງນາລ ຂອງໂຄລົມເບຍ ໃນເຫດການເຮືອບິນຕົກຄັ້ງນີ້ມີຜູ້ເສຍຊີວິດເບື້ອງຕົ້ນ 76 ຄົນ

ໂດຍຜູ້ນຳບຣາຊິນລະບຸວ່າ ຂໍສະແດງຄວາມເສຍໃຈກັບຊ່ວງເວລາອັນເສົ້າເມື່ອຫຼາຍຄອບຄົວຕ້ອງໄດ້ຮັບຜົນກະທົບໃນເຫດການຄັ້ງນີ້ ຈະໃຫ້ຄວາມຊ່ວຍເຫຼືອກັບຄອບຄົວຜູ້ເສຍຊີວິດໃນຮູບແບບທີ່ເຮົາສາມາດເຮັດໄດ້ ກອງທັບອາກາດ ແລະ ກະຊວງການຕ່າງປະເທດ ກຳລັງເລັ່ງປະສານງານ ແລະ ລັດຖະບານຈະເຮັດທຸກຢ່າງທີ່ເຮັດໄດ້ ເພື່ອຊ່ວຍບັນເທົາຄວາມເຈັບປວດຂອງບັນດາຍາດພີ່ນ້ອງຄອບຄົວຜູ້ກ່ຽວຂ້ອງກັບທີມ ຊາເປໂກເອນ

 

ຂ່າວຈາກ: http://news.sanook.com/2109734/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...