Homeວັນນະກຳ"ຮັກທຳອິດ ຝັງໃຈ" ແຕ່... "ຮັກສຸດທ້າຍ ມີຄວາມສຳຄັນທີ່ສຸດ"

“ຮັກທຳອິດ ຝັງໃຈ” ແຕ່… “ຮັກສຸດທ້າຍ ມີຄວາມສຳຄັນທີ່ສຸດ”

Published on

ສຳລັບ ບົດເລື່ອງຄວາມຮັກ ມື້ນີ້ແອັດມິນຈະມາເວົ້າກ່ຽວກັບນິຍາມຂອງຄວາມຮັກ ລະຫວ່າງ “ຮັກທຳອິດ” ກັບ “ຮັກສຸດທ້າຍ” ເຊິ່ງຂະບວນການຂອງຄວາມຮັກແອັດມິນເຊື່ອວ່າ ທຸກຄົນໃນໂລກນີ້ຕ້ອງເຄີຍມີຮັກຄັ້ງທຳອິດມາກ່ອນ ຈິ່ງຈະມາພົບກັບຄວາມຮັກຄັ້ງສຸດທ້າຍຂອງຊີວິດ ແລະ ຄວາມຮັກທັງສອງໄລຍະນີ້ມີຄວາມໝາຍໃນຊີວິດຄືເທົ່າກັນ ແຕ່ລະດັບຄວາມສຳຄັນເກືອບເທົ່າທຽມກັນ ເປັນຫຍັງແອັດມິນຈິ່ງເວົ້າແນວນີ້ ຢາກໃຫ້ທຸກຄົນໄດ້ລອງອ່ານສິ່ງທີ່ຈະຂຽນລອງໄປນີ້ ແລ້ວຄິດພິຈາລະນາໄປພ້ອມກັນ.

‘ຮັກຄັ້ງທຳອິດ’ ສິ່ງທຳອິດທີ່ເຮົາໄດ້ມາມັກຈະມີຄຸນຄ່າສະເໝີ ໂດຍສະເພາະ “ຄວາມຮັກ” ເຮົາຈະຄິດວ່າມັນເປັນສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍຫຼາຍໃນຊີວິດ ຄວາມຮັກຄັ້ງທຳອິດ ຂອງແຕ່ລະຄົນກໍ່ອາດມີຄວາມສົງໃຈໃນເລື່ອງນີ້ແຕກຕ່າງກັນອອກໄປ ບາງຄູ່ກໍ່ຈົບຄວາມສຳພັນກັນແບບສວຍງາມ ສ່ວນບາງຄູ່ກໍ່ຈົບຄວາມສຳພັນກັນແບບເຈັບຊ້ຳ ແຕ່ໄລຍະຂອງການມີຄວາມຮັກຄັ້ງທຳອິດ ພວກເຮົາໄດ້ຮຽນຮູ້ເຖິງຄວາມຮັກ ຮູ້ຈັກຄຳວ່າຮັກໃຜຈັກຄົນໜຶ່ງ, ມີຄວາມສຸກເມື່ອໄດ້ເຮັດກິດຈະກຳຮ່ວມກັບຄົນທີ່ເຮົາຮັກ, ຄວາມທຸກເມື່ອເກີດບັນຫາບໍ່ເຂົ້າໃຈກັນ ແລະ ຮູ້ຈັກຄວາມເຈັບປວດທໍລະມານເມື່ອເວລາສູນເສຍຂອງຮັກໄປ ແຕ່ສິ່ງເຫຼົ່ານັ້ນມັນຄືບົດຮຽນອັນຍິ່ງໃຫຍ່ທີ່ສອນໃຫ້ເຮົາຮູ້ຈັກຄວາມຮັກຫຼາຍຂຶ້ນ ຮູ້ຈັກຮັກຕົວເອງຫຼາຍຂຶ້ນ ຮູ້ຈັກຄວາມຈິງບາງເລື່ອງທີ່ມີຢູ່ໃນຄວາມຮັກ ເຊິ່ງມັນຊ່ວຍໃຫ້ຫົວໃຈເຮົາເຂັ້ມແຂງຂຶ້ນສາມາດຕໍ່ສູ້ກັບຄວາມສິ່ງຕ່າງໆທີ່ເກີດຂຶ້ນກັບເຮົາໃນລະຫວ່າງມີຄວາມຮັກຄັ້ງຕໍ່ໆໄປໄດ້ ແລະ ສິ່ງເຫຼົ່ານີ້ມັນໄດ້ເຮັດໃຫ້ຄວາມຮັກ ຄັ້ງທຳອິດ ເປັນຄວາມຮັກທີ່ມີຄວາມໝາຍຝັງໃຈຂອງເຮົາຕະຫຼອດເວລາ. ເຊິ່ງເຮົາຈະຄິດໄດ້ຢູ່ສະເໝີວ່າ ຊື່ແຟນເຮົາຄົນທຳອິດທີ່ເຮົາຮັກທີ່ສຸດ ຊື່ວ່າຫຍັງ?

“ຮັກຄັ້ງສຸດທ້າຍ” ມີຄວາມໝາຍຫຼາຍກວ່າ ຍ້ອນວ່າທີ່ຜ່ານມາເຮົາເຄີຍຜ່ານຜ່າຄວາມເຈັບຊ້ຳຈາກການທີ່ຜິດຫວັງໃນເລື່ອງຄວາມຮັກ, ຜ່ານຄວາມຮູ້ສຶກອ້າງວ້າງ, ຄວາມເຫງົາໃນເວລາຂາດຄູ່ ແລະ ຜ່ານຊ່ວງເວລາຂອງການລໍຄອຍໃຜຈັກຄົນໜຶ່ງທີ່ເຂົ້າມາໃນຊີວິດແລ້ວພ້ອມໃຊ້ຊີວິດຄູ່ຢູ່ຄຽງຂ້າງກັບເຮົາຕະຫຼອດໄປ ແລະ ອື່ນຄວາມຮູ້ສຶກອື່ນໆ ດັ່ງນັ້ນໃນເວລາທີ່ເຮົາໄດ້ພົບກັບຄົນທີ່ເຮົາໄຝ່ຝັນລໍຄອຍມາດົນນານແລ້ວ ເຮົາພ້ອມທີ່ຈະຢຸດຫົວໃຈໄວ້ກັບຄົນໆນັ້ນ, ເຮົາພ້ອມທີ່ຈະຮັບຂໍ້ດີຂໍ້ເສຍຂອງຄົນນັ້ນແບບບໍ່ມີເງື່ອນໄຂ, ເຮົາພ້ອມທີ່ຈະເສຍສະຫຼະທຸກສິ່ງທຸກຢ່າງເພື່ອໃຫ້ໄດ້ໃຊ້ຊີວິດຄູ່ກັບຄົນທີ່ຕົນເອງຮັກ, ຍອມຢຸດພຶດຕິກຳທີ່ບໍ່ດີໃນອະດີດທີ່ເຄີຍເຮັດຜ່ານມາ ແລ້ວປັບປຸງຕົວໃໝ່ ແລະ ຕັ້ງໃຈສ້າງຊີວິດໃຫ້ມີຄວາມໝັ້ນຄົງ ມີຈຸດໝາຍຂອງຊີວິດທີ່ຊັດເຈນກວ່າທີ່ຜ່ານ ເພື່ອຈະເຮັດໃຫ້ຄູ່ຊີວິດເຮົານັ້ນມີຄວາມສຸກທີ່ສຸດ

ສະຫຼຸບກໍ່ຄື: “ຮັກທຳອິດ” ເປັນຮັກຝັງໃຈທີ່ຢາກຈະລົບເລືອນ ແຕ່… “ຮັກສຸດທ້າຍ” ເປັນຮັກທີ່ມີຄວາມໝາຍສຳຄັນທີ່ສຸດສະເໝີ.

 

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...