spot_img
Homeຂ່າວຕ່າງປະເທດສະຫຼົດ! ເຮືອບິນຂະໜາດນ້ອຍ ຕຳພໍ່ລູກອາເມລິກັນ ເສຍຊີວິດ 1

ສະຫຼົດ! ເຮືອບິນຂະໜາດນ້ອຍ ຕຳພໍ່ລູກອາເມລິກັນ ເສຍຊີວິດ 1

Published on

4321811_G

 

ເຮືອບິນຂະໜາດນ້ອຍ ພຸ່ງຕຳເອົາ 2 ພໍ່ລູກອາເມລິກັນ ລະຫວ່າງກຳລັງລົງຈອດເທິງຊາຍຫາດ ສົ່ງຜົນເຮັດໃຫ້

ພໍ່ເສຍຊີວິດຄາທີ່, ສ່ວນລູກສາວບາດເຈັບສາຫັດ.

 

ເມື່ອວັນຈັນທີ 28 ກໍລະກົດ ຜ່ານມານີ້ ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ ເກີດເຫດສຸດສະຫຼົດຂຶ້ນໃນສະຫະ

ລັດ ເມື່ອເຮືອບິນຂະໜາດນ້ອຍລຳໜຶ່ງ ໄດ້ແລນດິ້ງລົງຈອດເທິງຊາຍຫາດຟໍລິດ້າ ແຕ່ພາດທ່າບິນລົງໄປຕຳ

ໃສ່ພໍ່ລູກຄູ່ໜຶ່ງ ທີ່ກຳລັງຍ່າງຫຼິ້ນຢູ່ຊາຍຫາດ ສົ່ງຜົນເຮັດໃຫ້ພໍ່ເສຍຊີວິດຄາທີ່ ສ່ວນລູກສາວບາດເຈັບສາຫັດ.

 

ເຫດການດັ່ງກ່າວນີ້ ເກີດຂຶ້ນໃນຕອນບ່າຍຂອງວັນທີ 27 ກໍລະກົດທີ່ຜ່ານມາ ໂດຍເຮືອບິນຂະໜາດນ້ອຍ

1972 Piper Cherokee ໄດ້ຕິດຕໍ່ໄປຍັງສູນຄວບຄຸມການບິນວ່າ ນັກບິນບໍ່ສາມາດບິນໄປລົງຈອດທີ່ສະໜາມ

ບິນໄດ້ ແລະ ຈະພະຍາຍາມລົງຈອດທີ່ຊາຍຫາດຄາສເປີເຊນ ໃນລັດຟໍລິດ້າແທນ, ແຕ່ແລ້ວການລົງຈອດຂອງ

ເຮືອບິນຂະໜາດນ້ອຍຄັ້ງນີ້ ກັບກາຍເປັນໂສກນາຕະກຳ ເມື່ອເຮືອບິນໄດ້ພຸ່ງຕຳເອົາ ທ້າວ ໂອມມີ ເອີຣິແຊຣີ່

ພໍ່ອາຍຸ 36 ປີ ແລະ ລູກສາວຊື່ ນາງ ໂອເຊຍນາ ອາຍຸ 9 ປີ ເຊິ່ງພໍ່ລູກຈາກລັດຈໍເຈຍ ກຳລັງຍ່າງຫຼິ້ນຢູ່ຊາຍຫາດ

ເຮັດໃຫ້ທ້າວ ເອີຣິແຊຣີ່ ເສຍຊີວິດໃນບ່ອນເກີດເຫດ, ສ່ວນນາງ ໂອເຊຍນາ ໄດ້ຖືກນຳໂຕສົ່ງໂຮງໝໍເດັກຢ່າງ

ຮີບດ່ວນ ດ້ວຍອາການບາດເຈັບສາຫັດ ໂດຍໃນຂະນະທີ່ນັກບິນ ແລະ ຜູ້ໂດຍສານ 1 ຄົນ ເທິງເຮືອບິນລຳນັ້ນ

ບໍ່ໄດ້ຮັບບາດເຈັບໃດໆ.

 

ນອກຈາກນີ້ ຍັງມີຜູ້ບາດເຈັບອີກ 3-4 ລາຍ ຫຼັງຈາກຖືກເຮືອບິນດາດ ໂດຍທາງການລະບຸວ່າ ຈຸດທີ່ເຮືອບິນ

ພະຍາຍາມລົງຈອດນັ້ນ ບໍ່ແມ່ນຊາຍຫາດຮ້າງຜູ້ຄົນ ແຕ່ກັບເປັນຊາຍຫາດທີ່ມີນັກທ່ອງທ່ຽວຢູ່ຈຳນວນໜຶ່ງ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...