Homeຂ່າວການພັດທະນາກະຊວງການເງິນ ຕີລາຄາການຫັນສາຍຕັ້ງວຽກງານພາສີ, ອາກອນ ແລະ ຄັງເງິນ

ກະຊວງການເງິນ ຕີລາຄາການຫັນສາຍຕັ້ງວຽກງານພາສີ, ອາກອນ ແລະ ຄັງເງິນ

Published on

ໃນວັນທີ 28-29 ພະຈິກ 2016ນີ້ ທີ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ ກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ການຫັນສາຍຕັ້ງວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີຄະນະຊ່ຽວຊານຈາກ ສສ ຫວຽດນາມ, ຄະນະກົມພະແນກກ່ຽວຂ້ອງຈາກ 4 ແຂວງພາກໃຕ້ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້ທ່ານ ສົມດີ ດວງດີ ໄດ້ມີຄຳເຫັນບາງຕອນວ່າ: ການຫັນວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດຕາມສາຍຕັ້ງຂຶ້ນໂດຍກົງກັບກະຊວງການເງິນ ນັບແຕ່ປີ 2007 ເຖິງປັດຈຸບັນໃກ້ຈະສໍາເລັດ, ການປຶກສາສາຫາລືພິຈາລະນາບັນດາບັນຫາທີ່ໄດ້ກຳນົດໄວ້ໃນວາລະກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາປະກອບຄຳຄິດເຫັນຕໍ່ບົດສະຫຼຸບຕີລາຄາສະພາບການຊີ້ນຳຈັດຕັ້ງປະຕິບັດການຫັນວຽກດັ່ງກ່າວຕາມສາຍຕັ້ງ, ກ່ຽວກັບວຽກງານການເງິນ-ງົບປະມານແມ່ນການຜັນຂະຫຍາຍກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມແມ່ນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ເພື່ອເຮັດໃຫ້ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດເຂົ້າສູ່ລະບົບລວມສູນເປັນເອກກະພາບຕາມກົດໝາຍ, ລະບຽບການກ່ຽວກັບຄັງເງິນແຫ່ງຊາດ, ເພື່ອໃຫ້ສອດຄ່ອງກັບທ່າອ່ຽງລວມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມລະບຽບກົດໝາຍຢ່າງເປັນລະບົບ ແລະ ທັງເປັນການກະກຽມເງື່ອນໄຂອັນຈຳເປັນໃຫ້ເກີດການເຊື່ອມໂຍງວຽກງານການເງິນເຂົ້າກັບພາກພື້ນ ແລະ ສາກົນ.

ຮອງນາຍົກລັດຖະມົນຕີ ຍັງເນັ້ນໃຫ້ທຸກພາກສ່ວນສຸມໃສ່ບາງດ້ານຄື: ເພີ່ມທະວີຄວາມສາມະຄີເປັນເອກະພາບຂະແໜງການສາຍຕັ້ງກັບອໍານາດການປົກຄອງທ້ອງຖິ່ນ, ປັບປຸງຄວາມເຂົ້າໃຈບັນຫາຕ່າງໆກ່ຽວກັບວຽກງານຢ່າງເລິກເຊິ່ງ, ເພີ່ມທະວີວຽກງານກວດກາ, ກວດກາຮອບດ້ານຈັດຕັ້ງປະຕິບັດການລົງກວດກາຢ່າງໃກ້ຊິດໂດຍສົບທົບກັບເຈົ້າໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນ, ກວດກາເກັບກຳຈຳນວນຖານຂໍ້ມູນ ແລະ ການເກັບອາກອນຄືນໃໜ່ເປັນປະຈຳເພື່ອຕິດຕາມບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດທີ່ເກີດຂື້ນໃໜ່ໃຫ້ຄົບຖ້ວນ.

ພ້ອມນັ້ນ, ຍັງໄດ້ສະເໜີຍ້ອງຍໍພະນັກງານທີ່ມີຜົນງານດີເດັ່ນ, ນັກທຸລະກິດທີ່ປະຕິບັດພັນທະໄດ້ດີ ແລະ ອື່ນໆ, ສົມທົບການປະຕິບັດວິໃນຕໍ່ຜູ້ກະທຳຜິດໃຫ້ທັນເວລາບໍ່ປະປ່ອຍໃຫ້ຍືດເຍື້ອຍາວນານ, ແກ້ໄຂປະກົດການຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານໃນຂະແໜງການເງິນພ້ອມກັນປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ເດັດຂາດຂຶ້ນຕື່ມ, ຮີບຮ້ອນແກ້ໄຂບັນດາຫ່າງສຽງຂອງສັງຄົມວິພາກວິຈານຜູ້ປະກອບການທີ່ມີຫາງສຽງຈົ່ມວ່າກ່ຽວກັບການປະຕິບັດວຽກງານວິຊາສະເພາະ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...