spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານສາລະວັນ ຕັດສິນ 3 ຜູ້ຄ້າຢາບ້າຈຳຄຸກຕະຫຼອດຊີວິດ

ສານສາລະວັນ ຕັດສິນ 3 ຜູ້ຄ້າຢາບ້າຈຳຄຸກຕະຫຼອດຊີວິດ

Published on

fb10a272d0c3e3b98a32e1b6d1670c94

 

ວັນ​ທີ 23 ກໍ­ລະ­ກົດ 2014. ສານ​ປະ­ຊາ­ຊົນ​ແຂວງ​ສາ­ລະ​ວັນ​ໄດ້​ນຳ​ເອົາ​ຄະ­ດີ​ອາ­ຍາ​ມາ​ພິ­ຈາ­ລະ­ນາ​ຕັດ​ສີນ

ຄະ­ດີ​ຢາ​ບ້າ 3 ກໍ­ລະ­ນີ ທີ່​ຍຶດ​ໄດ້​ໃນ​ວັນ​ທີ 24 ຕຸ­ລາ 2013 ຢູ່​ເມືອງ​ສະ​ໝ້ວຍ ໃຫ້​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ ພ້ອມ

​ປັບ​ໃໝ​ເງິນ​ນັບ​ຮ້ອຍ​ລ້ານ.

ຜ່ານ​ການ​ສຶບ​ສວນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ທັງ​ສາມ​ສາ­ລະ­ພາບ​ວ່າ: ທ້າວ ສາ­ຄອນ ອາ­ຍຸ 45 ປີ ອາ­ຊີບ

ກຳ­ມະ­ກອນບ້ານ​ເກີດໂຄກ​ສະ­ຫວ່າງ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ບ້ານ​ຢູ່​ປະ­ຈຸ­ບັນ ນາ​ໄຊ​ນ້ອຍ

ເມືອງແລະ​ ແຂວງ​ສາ­ລະ​ວັນ (ຈຳ­ເລີຍ) ທ້າວ ສີ​ສະ­ໝຸດ (ເຕ້ຍ) ອາ­ຍຸ 51 ປີ ອາ­ຊີບ​ກຳ­ມະ­ກອນ, ບ້ານສົມ​

ສະ­ຫວັນ, ເມືອງ​ໄຊ​ທາ­ນີ ນະ­ຄອນຫຼວງ​ວຽງ​ຈັນ, ທ້າວ ສີ​ທັນ ອາ­ຍຸ 33 ປີ ອາ­ຊີບ​ກຳ­ມະ­ກອນ, ບ້ານ​ນາ​ໄຊ

​ນ້ອຍ ເມືອງ ແລະ​ ແຂວງ​ສາ­ລະ​ວັນ. ທັງ​ສາມ ຄົນ​ໄດ້​ຮ່ວມ​ກັນ​ຄອບ​ຄອງ ແລະ ຊື້-Œຂາຍ ຄ້າ​ຢາ​ບ້າຈຳ­ນວນ

9.090 ເມັດ. ພ້ອມ​ທັງ​ກຽມ​ສົ່ງ​ຢາ​ບ້າ​ອອກ​ໃຫ້​ກັບ​ລູກ​ຄ້າ ເຈົ້າ​ຫນ້າ­ທີ່​ຮູ້​ທັນ​ຈື່ງ​ເຂົ້າ​ປິດ​ລ້ອມ​ພວກ​ກ່ຽວ​ທີ່​

ພັກ​ແຫ່ງ​ໜື່ງ​ຂອງ​ເມືອງ​ດັ່ງ­ກ່າວ.

ສະ­ນັ້ນ, ສານ​ປະ­ຊາ­ຊົນ​ແຂວງ​ສາລະ​ວັນ ຈິ່ງ​ໄດ້​ຕັດ​ສີນ​ລົງ­ໂທດ​ຜູ້​ກະ­ທຳ​ຜິດ​ຕໍ່​ກັບ​ການ​ຄ້າ­ຂາຍ​ຢາ​ບ້າລາຍ

​ໃຫຍ່ ນໍ້າ­ໜັກ 888 ກຣາມ ໂດຍ​ຕັດ​ອິດ​ສະຫຼະ​ພາບ​ພວກຈຳ­ເລີຍ ທັງ 03 ຄື: ທ້າວ ສາ­ຄອນ, ທ້າວ ສີ​ສະ­

ໝຸດ, ທ້າວ ສີ​ທັນ ​ໃຫ້​ຈຳ​ຄຸກ​ຕະຫຼອດ​ຊີ­ວິດ ພ້ອມ​ທັງ​ປັບ­ໄໝ​ຄົນ​ລະ 600 ລ້ານ​ກີບ. ສ່ວນ​ຢາ​ບ້າ​ໃນ​ຈຳ­

ນວນ 9.090 ເມັດ​ ແມ່ນ​ມອບ​ໃຫ້​ເຈົ້າ​ໜ້າ­ທີ່ໆ​ກ່ຽວ­ຂ້ອງ​ທຳ­ລາຍ​ຖີ້ມ ສ່ວນ​ຊັບ​ສີນ​ປະ­ເພດ​ລົດ​ໃຫຍ່​ຮຸນ​ໄດ

1 ຄັນ, ລົດ­ຈັກ​ຊູ​ຊູ​ກິ 1 ຄັນ, ຍຶດ​ເປັນ​ຂອງ​ລັດ.

ນີ້​ຄື​ຜົນ​ຂອງ​ການ​ຄອບ​ຄອງ​ຊື້Œ-ຂາຍ​ຢາ​ບ້າ ຫຼື ຢາ​ເສບ​ຕິດບໍ່​ວ່າ​ຈະ​ຄ້າ​ໜອ້ຍ​ຫຼື​ຫຼາຍ​ກໍ​ຕ້ອງ​ໄດ້​ຮັບ​ໂທດ​ຕາມ

​ກົດ­ໝາຍ​ຂອງ​ບ້ານ​ເມືອງ.

ຂອບໃຈຂ່າວຈາກ: http://www.sedthakid.la/home/khao/19675.html

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...